ຈີນແຈກຢາຍ “ຄວາມເຫັນກ່ຽວກັບການຊຸກຍູ້ການສ້າງລະບົບບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານ”

2023-05-22 17:30:44
ມາຈາກ:CRI

ຫວ່າງມໍ່ໆນີ້, ຫ້ອງວ່າການສູນກາງພັກຄອມມູນິດຈີນ ແລະ ຫ້ອງການຄະນະລັດຖະບານຈີນໄດ້ແຈກຢາຍ “ຄວາມເຫັນກ່ຽວກັບການຊຸກຍູ້ການສ້າງລະບົບບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານ”.

ຄວາມເຫັນດັ່ງກ່າວລະບຸວ່າ: ການບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານຈະເສີມຂະຫຍາຍບົດບາດພື້ນຖານທີ່ສຳຄັນໃນການບັນລຸໃຫ້ຜູ້ເຖົ້າໄດ້ຮັບການລ້ຽງດູ, ການຊຸກຍູ້ການສ້າງລະບົບບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານເປັນການຕັ້ງໜ້າປະຕິບັດຍຸດທະສາດແຫ່ງຊາດເພື່ອຮັບມືກັບສັງຄົມທີ່ມີຜູ້ອາຍຸສູງເພີ່ມຫຼາຍຂຶ້ນ, ເປັນໜ້າທີ່ສຳຄັນເພື່ອໃຫ້ບໍລິການສາທາລະນະຂັ້ນພື້ນຖານມີຄວາມສະເໝີພາບກັນ.

ຄວາມເຫັນດັ່ງກ່າວຮຽກຮ້ອງວ່າ: ຕ້ອງເລັ່ງສ້າງລະບົບບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານທີ່ປົກຄຸມຜູ້ອາຍຸສູງຢ່າງທົ່ວເຖິງ, ມີສິດແລະໜ້າທີ່ຈະແຈ້ງ, ມີການຮັບປະກັນຢ່າງເໝາະສົມ ແລະ ຍືນຍົງ, ເພີ່ມທະວີຄວາມຮູ້ສຶກທີ່ໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະ ຄວາມຮູ້ສຶກປອດໄພຂອງຜູ້ອາຍຸສູງຢ່າງບໍ່ຢຸດຢັ້ງ.

ຄວາມເຫັນດັ່ງກ່າວກຳນົດຢ່າງຈະແຈ້ງວ່າ: ຜູ້ຮັບການບໍລິການ, ເນື້ອໃນ ແລະ ມາດຕະຖານຂອງການບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານ ຈະປັບປຸງຕາມສະພາບການພັດທະນາຂອງເສດຖະກິດສັງຄົມ, ໃນໄລຍະປະຕິບັດແຜນການ 5 ປີຄັ້ງທີ 14 ຈະສຸມໃສ່ຕອບສະໜອງຄວາມຕ້ອງການເພື່ອແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ຄອບຄົວແລະຜູ້ເຖົ້າຍາກທີ່ຈະຮັບມືໄດ້ ເຊັ່ນ: ຕົນໄດ້ເສຍຄວາມສາມາດໃນການດຳລົງຊີວິດ, ພິການ, ບໍ່ມີຄົນເບິ່ງແຍງ ແລະ ອື່ນໆ.

ຈີນແຈກຢາຍ “ຄວາມເຫັນກ່ຽວກັບການຊຸກຍູ້ການສ້າງລະບົບບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານ”