ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ຝ່າຍຍີ່ປຸ່ນໂດຍແນໃສ່ກອງປະຊຸມສຸດຍອດຮີໂຣຊີມາຂອງ G7 ປ່າວຂ່າວກ່ຽວກັບຫົວຂໍ້ທີ່ກ່ຽວຂ້ອງກັບຈີນ

2023-05-22 17:32:16
ມາຈາກ:CRI

ວັນທີ 21 ພຶດສະພາ 2023 ນີ້, ທ່ານຊຸ່ນເວີ້ຍຕົ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຮຽກພົບທ່ານທາຣຸມິ ຮິເດໂອະ ເອກອັກຄະລາຊະທູດຍີ່ປຸ່ນປະຈຳຈີນ ເພື່ອຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ຝ່າຍຍີ່ປຸ່ນໂດຍແນໃສ່ກອງປະຊຸມສຸດຍອດຮີໂຣຊີມາຂອງກຸ່ມ 7 ປະເທດຫຼື G7 ປ່າວຂ່າວກ່ຽວກັບຫົວຂໍ້ທີ່ກ່ຽວຂ້ອງກັບຈີນ.

ທ່ານຊຸ່ນເວີ້ຍຕົ່ງຊີ້ໃຫ້ເຫັນວ່າ: G7 ປະຕິບັດຕາມແນວຄິດເປັນປໍລະປັກກັນລະຫວ່າງກຸ່ມ ແລະແນວຄິດສົງຄາມເຢັນຢ່າງດື້ດ້ານຫົວແຂງ, ການກະທຳຂອງເຂົາໄດ້ຝືນກັບທ່ວງທ່າພັດທະນາຂອງປະຫວັດສາດ ສະພາບຄວາມເປັນຈິງ ແລະຄວາມເປັນທຳສາກົນ. ໃນຖານະທີ່ເປັນປະເທດປະທານໝູນວຽນຂອງ G7 ໃນປີນີ້, ຝ່າຍຍີ່ປຸ່ນໄດ້ຮ່ວມກັບປະເທດທີ່ກ່ຽວຂ້ອງເສກສັນປັ້ນແຕ່ງໃສ່ຮ້າຍປ້າຍສີປະເທດຈີນ ແລະແຊກແຊງວຽກງານພາຍໃນຂອງຈີນຢ່າງຮຸນແຮງໃນການເຄື່ອນໄຫວຕ່າງໆຂອງກອງປະຊຸມສຸດຍອດຮີໂຣຊີມະຂອງ G7 ແລະຖະແຫຼງການຮ່ວມທີ່ກ່ຽວຂ້ອງ ເຊິ່ງໄດ້ຝ່າຝືນກັບຫຼັກການພື້ນຖານຂອງກົດໝາຍສາກົນ ແລະຈິດໃຈຂອງເອກະສານການເມືອງ 4 ສະບັບລະຫວ່າງຈີນ-ຍີ່ປຸ່ນ, ໄດ້ທຳລາຍຜົນປະໂຫຍດດ້ານອະທິປະໄຕ ຄວາມໝັ້ນຄົງ ແລະການພັດທະນາຂອງຈີນ. ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງ ແລະຄວາມຄັດຄ້ານຢ່າງເດັດດ່ຽວໜຽວແໜ້ນ.

ທ່ານຊຸ່ນເວີ້ຍຕົ່ງຍັງກ່າວເນັ້ນວ່າ, ປະເທດສະມາຊິກຂອງ G7 ຄວນປະຕິບັດຕາມທ່ວງທ່າພັດທະນາຂອງຍຸກສະໄໝທີ່ເປີດປະຕູ ແລະໂອບເອື້ອອາລີ, ຍຸດຕິການສ້າງວົງປິດທີ່ປັດເຂ່ຍປະເທດອື່ນ, ຍຸດຕິການສະກັດກັ້ນແລະໂຈມຕີປະເທດອື່ນ ພ້ອມທັງຍຸດຕິການສ້າງການແບ່ງແຍກ ແລະການເປັນປໍລະປັກກັນ. ຝ່າຍຍີ່ປຸ່ນຄວນຮັບຮູ້ກ່ຽວກັບປະເທດຈີນຢ່າງຖືກຕ້ອງ, ກຳກັບຄວາມເປັນເຈົ້າຕົນເອງດ້ານຍຸດທະສາດ, ເຄົາລົບຫຼັກການໃນເອກະສານການເມືອງ 4 ສະບັບລະຫວ່າງຈີນ-ຍີ່ປຸ່ນ, ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງດ້ວຍທ່າທີທີ່ມີລັກສະນະສ້າງສັນແທ້ໆ.

ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ຝ່າຍຍີ່ປຸ່ນໂດຍແນໃສ່ກອງປະຊຸມສຸດຍອດຮີໂຣຊີມາຂອງ G7 ປ່າວຂ່າວກ່ຽວກັບຫົວຂໍ້ທີ່ກ່ຽວຂ້ອງກັບຈີນ