ໃນໄຕມາດທີໜຶ່ງ ນະຄອນພູເອີ ໄດ້ຜະລິດກາເຟ ປະມານ 1,776 ຕື້ຈອກ
ເມື່ອສະພາບອາກາດນັບມື້ນັບອ່າວຮ້ອນຂຶ້ນ, ລະດູການຜະລິດກາເຟໃນນະຄອນພູເອີ ແຂວງຢຸນນານ 2022 ຫາ 2023 ກໍ່ສິ້ນສຸດລົງ, ມາຮອດປັດຈຸບັນນີ້ ຄວາມນິຍົມຂອງເມັດກາເຟນະຄອນພູເອີ ຍັງຄົງສູງ ແລະ ກາຍເປັນ “ສິນຄ້າຍອດນິຍົມ”ສໍາລັບຜູ້ຊື້ຈໍານວນຫຼາຍ.
ທ່ານ ຫຼິວຊາງຊົວ, ຫົວໜ້າໂຄງການ ພັດທະນາຂະແໜງການໃບຊາ ແລະ ກາເຟນະຄອນພູເອີກ່າວວ່າ: ໃນໄຕມາດທີໜຶ່ງຂອງປີນີ້ຄາດວ່າຜົນຜະລິດຂອງເມັດກາເຟສີຂຽວຈະຢູ່ທີ່ 41.300 ໂຕນ, ແລະມູນຄ່າການຜະລິດທັງໝົດຈະຢູ່ທີ່ 3,019 ຕື້ຢວນ. ໃນປີມໍ່ໆມານີ້, ດ້ວຍແຮງກະຕຸ້ນຂອງການບໍລິໂພກທີ່ມີທ່ວງທ່າຍົກລະດັບຂຶ້ນ, ທໍາໃຫ້ກາເຟນະຄອນພູເອີ ກາຍເປັນຈຸດເປົ້າໝາຍໃນການພັດທະນາກາເຟ.ຊັ້ນຍອດ. ກາເຟຊັ້ນຍອດພູເອີ ຕ່າງກໍໄດ້ດຶງດູດວິສາຫະກິດກາເຟສາກົນຕ່າງໆ ເຊັ່ນ ເນັດສະເລ, ສະຕາບັກ ເປັນຕົ້ນ ໃຫ້ດໍາເນີນການຮ່ວມມືທາງທຸລະກິດຢູ່ນະຄອນພູເອີມາເປັນເວລານານ.
ທ່ານ ຫວັງໄຫ ຜູ້ຈັດການທົ່ວໄປຂອງສູນກາເຟ ເນັດສະເລ ກ່າວວ່າ: ກາເຟອາຣາບີກາ ທີ່ພວກເຮົາໃຊ້ໃນປະເທດຈີນທັງໝົດແມ່ນມາຈາກແຂວງຢຸນນານ. ຊຸມປີມານີ້ ບໍລິສັດເນັດສະເລ ໄດ້ເກັບຊື້ເມັດກາເຟ ຈາກແຂວງຢຸນນານປະມານ 8.000 ເຖິງ 10.000 ໂຕນ, ໃນນັ້ນມີ 80% ແມ່ນມາຈາກເຂດຜະລິດກາເຟພູເອີ. ເມັດກາເຟທີ່ເກັບຊື້ຢູ່ຢຸນນານມີ 20%-25% ແມ່ນໃຊ້ໃນໂຮງງານກາເຟຂອງເນັດສະເລ ຕັ້ງຢູ່ຈີນ ເມັດກາເຟຢຸນນານສ່ວນທີ່ເຫຼືອແມ່ນຈະສະໜອງໃຫ້ໂຮງງານທີ່ຕັ້ງຢູ່ເອີຣົບ, ຍີ່ປຸ່ນ, ເກົາຫຼີໃຕ້, ອົດສະຕາລີ ແລະ ພູມິພາກອື່ນໆ.
ນອກຈາກນັ້ນ, ຢູ່ນະຄອນພູເອີຍັງມີ ຍີ່ຫໍ້ກາເຟພື້ນເມືອງທີ່ດີເດັ່ນອື່ນໆເກີດຂຶ້ນມາຢ່າງຫຼວງຫຼາຍ. ກາເຟພູເອີຍັງໄດ້ອາໄສທ່າແຮງເປັນແຫຼ່ງຜະລິດກາເຟດັ້ງເດີມ ບວກກັບມີການຮ່ວມມືກັບອາລີບາບາ ແລະ ເວທີການຄ້າເອເລັກໂຕຣນິກອື່ນໆ, ຈໍານວນການຂາຍກໍນັບມື້ນັບດີຂຶ້ນ, ນະຄອນພູເອີມີກາເຟດີເລີດ ເປັນທີ່ຮັບຮູ້ໄດ້ຮັບຄວາມເຫັນເປັນເອກະພາບຈາກຜູ້ບໍລິໂພກຢ່າງກວ້າງຂວາງເປັນທີ່ຮຽບຮ້ອຍແລ້ວ.
ແຫຼ່ງຂ່າວ: ຂ່າວສານພູເອີ