ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ກຸ່ມ G7 ຄວນເຮັດວຽກຕົວຈິງຫຼາຍຂຶ້ນໃຫ້ກັບປະເທດພວມພັດທະນາ

2023-05-23 18:04:06
ມາຈາກ:CRI

ໃນເວລາຕອບຮັບທັດສະນະກ່ຽວກັບຈີນຂອງທ່ານນາງ Ursula von der Leyen ປະທານຄະນະກຳມາທິການສະຫະພາບເອີຣົບ, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນວ່າ: ຖ້າປະເທດທີ່ກ່ຽວຂ້ອງໃນ ກຸ່ມ G7 ແມ່ນເອົາໃຈໃສ່ນຳປະເທດພວມພັດທະນາແທ້, ກໍຄວນເຮັດໃຫ້ຄຳໝັ້ນສັນຍາຕ່າງໆທີ່ມີຢູ່ແລ້ວນັ້ນປາກົດຜົນເປັນຈິງໂດຍໄວ, ເຊັ່ນ: ແຕ່ລະປີຈະເອົາລວມຍອດລາຍຮັບແຫ່ງຊາດ 0,7% ເພື່ອໃຊ້ເຂົ້າໃນການຊ່ວຍເຫຼືອການພັດທະນາຂອງຝ່າຍທາງການ, ແຕ່ລະປີຈະສະໜອງການລະດົມທຶນດ້ານດິນຟ້າອາກາດ 100 ຕື້ໂດລາສະຫະລັດໃຫ້ກັບປະເທດພວມພັດທະນາແລະອື່ນໆ, ແບກຫາບຄວາມຮັບຜິດຊອບ ແລະ ພັນທະສາກົນໃຫ້ຫຼາຍຂຶ້ນ, ເຮັດວຽກຕົວຫຼາຍຂຶ້ນໃຫ້ກັບປະເທດພວມພັດທະນາ.

ອີງຕາມການລາຍງານຂ່າວໃຫ້ຮູ້ວ່າ: ທ່ານນາງ Ursula von der Leyen ປະທານຄະນະກຳມາທິການສະຫະພາບເອີຣົບໄດ້ກ່າວໃນກອງປະຊຸມສຸດຍອດກຸ່ມ G7 ວ່າ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ເບິ່ງຄືວ່າມີຄຸນຄ່າຫຼາຍກວ່າ, ແຕ່ປະເທດ“ພາກໃຕ້ທົ່ວໂລກ”ຈຳນວນໜຶ່ງຮັບເອົາເງິນກູ້ຈາກຈີນໃນການຮ່ວມມືກັບຈີນ, ໃນທີ່ສຸດໄດ້ຕົກຢູ່ໃນວິກິດການໜີ້ສິນ. ປະເທດກຸ່ມ G7 ຄວນສະເໜີສາຍພົວພັນຄູ່ຮ່ວມແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຕໍ່ປະເທດພວມພັດທະນາທີ່ມີຈຸດປະສົງຮ່ວມມືກັນ, ກາຍເປັນແຜນການຮູບປະທຳໂດຍໄວ.

ທ່ານນາງເໝົາໜິງໄດ້ກ່າວ ໃນເວລາຕອບຄຳຖາມກ່ຽວກັບເລື່ອງນີ້ວ່າ:“ຈີນເປັນສະມາຊິກໜຶ່ງໃນປະເທດພວມພັດທະນາມາໂດຍຕະຫຼອດ, ການຮ່ວມມຶລະຫວ່່າງຈີນກັບປະເທດພວມພັດທະນາແມ່ນເພື່ອບັນລຸການພັດທະນາຮ່ວມກັນ, ໄດ້ຮັບຄວາມຮັບຮູ້ຢ່າງສູງຈາກປະເທດພວມພັດທະນາ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນຜະລິດຕະພັນສາທາລະນະສາກົນທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດ, ຂໍກຸນແຈແມ່ນຍຶດໝັ້ນຫຼັກການເປິກສາຫາລືຮ່ວມກັນ, ສ້າງຮ່ວມກັນ, ຊົມໃຊ້ຮ່ວມກັນ. ພວກເຮົາບໍ່ເຄີຍເອົາຄວາມຄິດຂອງຕົນໜີບເຕັງໃສ່ຜູ້ອື່ນ, ການຮ່ວມມືກໍບໍ່ໄດ້ຕິດຫ້ອຍເງື່ອນໄຂພູມສາດການເມືອງ, ສິ່ງທີ່ຈີນຊຸກຍູ້ນັ້ນແມ່ນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ແມ່ນການຮ່ວມກັນພັດທະນາທີ່ມີສ່ວນຮ່ວມ, ຜົນປະໂຫຍດຢ່າງທົ່ວເຖິງ ແລະ ດຸນດ່ຽງກວ່າເກົ່າ. ”

ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ກຸ່ມ G7 ຄວນເຮັດວຽກຕົວຈິງຫຼາຍຂຶ້ນໃຫ້ກັບປະເທດພວມພັດທະນາ