ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 16.000.000 ລ້ານເທື່ອຄົນ, ຜູ້ໂດຍສານເຂົ້າອອກເມືອງມີຫຼາຍກວ່າ 20.000 ໝື່ນເທື່ອຄົນ

2023-05-24 18:24:59
ມາຈາກ:CRI

ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 23 ພຶດສະພານີ້, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 16.000.000 ເທື່ອຄົນ, ໃນນັ້ນ, ມີຜູ້ໂດຍສານເຂົ້າອອກເມືອງຫຼາຍກວ່າ 20.000 ເທື່ອຄົນ.

ເນື່ອງຈາກວ່າຂະບວນລົດໄຟ “ຟູ້ຊິງ” ແລະ “ລ້ານຊ້າງ” ຕາມເສັ້ນທາງລົດໄຟຈີນ-ລາວໄດ້ໃຫ້ການບໍລິການຂົນສົ່ງທີ່ປອດໄພ, ສີຂຽວ, ວ່ອງໄວແລະມີຄວາມສະດວກສະບາຍ, ພ້ອມທັງໄດ້ຫຼຸດໄລຍະເວລາຂົນສົ່ງໃຫ້ໜ້ອຍລົງຢ່າງຫຼວງຫຼາຍ, ຂະບວນລົດໄຟດັ່ງກ່າວໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນຢູ່ລຽບຕາມເສັ້ນທາງລົດໄຟ. ວັນທີ 13 ເມສາປີນີ້, ພາຍໃຕ້ການຊຸກຍູ້ຢ່າງຕັ້ງໜ້າຂອງສອງປະເທດຈີນ-ລາວ, ສະຖານີລົດໄຟຄຸນໝິງໃຕ້ແລະສະຖານີລົດໄຟນະຄອນຫຼວງວຽງຈັນຕາມເສັ້ນທາງລົດໄຟຈີນ-ລາວໄດ້ເປີດຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຂອງກັນແລະກັນ, ເຮັດໃຫ້ເວລາການເດີນທາງລະຫວ່າງຄຸນໝິງ-ນະຄອນຫຼວງວຽງຈັນສາມາດໄປຮອດພາຍໃນມື້ດຽວໄດ້. ໃນໄລຍະພັກວັນກໍາມະກອນສາກົນປີນີ້, ທາງລົດໄຟຈີນ-ລາວໄດ້ກາຍເປັນເສັ້ນທາງທ່ອງທ່ຽວຄໍາ, ສັງເກດໄດ້ຈາກຍອດການຂົນສົ່ງຜູ້ໂດຍສານໃນມື້ໜຶ່ງມີຫຼາຍກວ່າ 90.000 ເທື່ອຄົນ ໂດຍໄດ້ສ້າງສະຖິຕິສູງສຸດນັບແຕ່ທາງລົດໄຟຈີນ-ລາວເປີດນໍາໃຊ້ເປັນຕົ້ນມາ.ໃນໄລຍະໜຶ່ງເດືອນກວ່າທີ່ເປີດນໍາໃຊ້ຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຜ່ານມາ, ທາງລົດໄຟດັ່ງກ່າວໄດ້ຂົນສົ່ງຜູ້ໂດຍສານຈາກ 28 ປະເທດເຂົ້າອອກເມືອງເຖິງ 20.000 ກວ່າເທື່ອຄົນ ໂດຍໄດ້ຊຸກຍູ້ການຂົນສົ່ງຜູ້ໂດຍສານ, ສິນຄ້າກໍຄືການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນຢ່າງມີປະສິດທິພາບສູງຢູ່ລຽບຕາມເສັ້ນທາງລົດໄຟ, ພ້ອມທັງໄດ້ຊຸກຍູ້ເສດຖະກິດໃນພາກພື້ນໃຫ້ພັດທະນາດ້ວຍຄຸນນະພາບສູງນໍາອີກ.

ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 16.000.000 ລ້ານເທື່ອຄົນ, ຜູ້ໂດຍສານເຂົ້າອອກເມືອງມີຫຼາຍກວ່າ 20.000 ໝື່ນເທື່ອຄົນ