ນັກຮຽນລາວ ແລະ ຈີນເຂົ້າຮ່ວມງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ

2023-05-29 11:29:01
ມາຈາກ:

ກິດຈະກຳ "ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ເຊື່ອມໂຍງເຊື່ອມຈອດສ່ວນໃຈປະຊາຊົນສອງຊາດ" ຈັບມືກັນຂອງນັກຮຽນ ຄັ້ງທີ 6 ພາຍໃຕ້ຫົວຂໍ້" ເຊື່ອມຕໍ່ໂດຍພູເຂົາ ແລະ ແມ່ນ້ຳ ສາຍໃຈເຊື່ອມຈອດ ມິດຕະພາບຈີນ-ລາວຍືນຍາວຕະຫຼາດໄປ " ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງຂອງຈີນໃນວັນທີ 25 ພຶດສະພາ. ນັກຮຽນລາວ 100 ຄົນໄດ້ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ "ວັນທີ1ມີຖຸນາ" ທີ່ກໍາລັງຈະມາເຖິງ ກັບຄູອາຈານ ແລະ ນັກຮຽນຈາກເຂດປາຍລົງທານໂຮງຮຽນປະຖົມຈົງຮວາໃນນະຄອນຄຸນໝິງ. ກິດຈະກຳດັ່ງກ່າວໄດ້ຮັບການສະໜັບສະໜຸນຈາກສະຫະພັນການກຸສົນຈີນ ແລະ ກະຊວງສຶກສາທິການ ແລະ ກິລາຂອງລາວ.

ຈີນ ແລະ ລາວມີສາຍພູ ແລະ ແມ່ນ້ຳເຊື່ອມຕໍ່ກັນ, ມີປະຫວັດສາ ແລະ ມິດຕະພາບອັນຍາວນານ. ເນື່ອງໃນໂອກາດວັນສ້າງສາຍພົວພັນທາງການທູດຈີນ-ລາວຄົບຮອບ 62 ປີ, ຄູອາຈານ ແລະ ນັກຮຽນລາວ 100 ກວ່າຄົນໄດ້ໄປຈີນເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ"ວັນທີ1ມີຖຸນາ", ນັກສຶກສາຈີນ ແລະ ລາວໄດ້ແລກປ່ຽນ, ເຄື່ອນໄຫວກິດຈະກຳ ແລະ ຮຽນຮູ້ຮ່ວມກັນ, ອັນໄດ້ເພີ່ມທະວີການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ ແລະ ເພີ່ມທະວີການພົວພັນສາຍໃຈລະຫວ່າງສອງປະເທດ.

ນັກຮຽນຊັ້ນປະຖົມຈໍານວນ 100 ຄົນມາຈາກ 17 ແຂວງ ແລະ ນະຄອນ 1 ແຫ່ງຂອງລາວ, ພວກເຂົາໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມກິດຈະກໍາຈັບມືກັນຄັ້ງນີ້ ເນື່ອງຈາກຜົນການຮຽນດີເລີດ. ໃນອີກສິບກວ່າວັນຂ້າງໜ້າ, ເຂົາເຈົ້າຍັງຈະເດີນທາງໄປທັດສະນະສຶກສາຢູ່ປັກກິ່ງ, ຊີ່ອານ, ເຊຍເມີນ, ກວາງໂຈ່ວ ແລະສະຖານທີ່ອື່ນໆ.

ໃນກິດຈະກຳດັ່ງກ່າວ, ຄູອາຈານ ແລະ ນັກຮຽນລາວກັບ ນັກຮຽນຈາກໂຮງຮຽນປະຖົມຈົງຮວາໄດ້ເຂົ້າ ຮ່ວມກິດຈະກຳສະເຫຼີມສະຫຼອງ ເຊັ່ນ ການເຮັດຂະໜົມດອກໄມ້ສົດ, ການແຂ່ງຂັນດຶງເຊືອກ ແລະ ແຕ້ມຮູບຮ່ວມກັນ.

ອາຈານ ວັນນິດາ ຊຽວວິໄລ ເປັນໜຶ່ງໃນຄູອາຈານນຳພາຂອງກິດຈະກໍານີ້ ແລະ ຍັງເປັນຄູອາຈານຮັບຜິດຊອບວິຖີຊີວິດຂອງການເດີນທາງໄປຈີນຄັ້ງນີ້. ອາຈານ ວັນນິດາ ຊຽວວິໄລ ກ່າວວ່າ: "ຂະໜາດຂອງກິດຈະກຳປີນີ້ໃຫຍ່ກວ່າປີກ່ອນ. ເຖິງວ່າເມື່ອຍຫຼາຍ, ແຕ່ຂ້ອຍຄິດວ່າມັນຄຸ້ມຄ່າທີ່ຈະພາລູກຫຼານລາວໄປຊົມທັດສະນີຍະພາບ ແລະ ສຳຜັດວັດທະນະທຳຂອງຈີນ."

ນັກຮຽນ ວິຈິດ ຊີຜົງມາ ຈາກໂຮງຮຽນປະຖົມພຽນອ່ານແຂວງບໍ່ແກ້ວປະເທດລາວເວົ້າວ່າ: "ຂ້ອຍຮູ້ສຶກດີໃຈຫຼາຍເມື່ອມາຢູນນານ, ຄູອາຈານ ແລະ ນັກຮຽນຢູ່ທີ່ນີ້ມີຄວາມກະຕືລືລົ້ນ ແລະ ກະກຽມຂອງຂວັນໃຫ້ພວກເຮົາມາກມາຍຫຼາຍຫຼາກ. ທ້ອງຟ້າສີຟ້າ ແລະ ເມກເຝື້ອສີຂາວໃນແຂວງຢຸນນານແມ່ນມີຄວາມຄ້າຍຄື ແລະ ສວຍງາມເໝືອນກັບປະເທດລາວ, ສຳຄັນທີ່ສຸດແມ່ນພວກເຮົາຈະໄດ້ໄປປັກກິ່ງທີ່ເປັນນະຄອນຫຼວງຂອງຈີນ, ເຊິ່ງເປັນຄວາມຝັນຂອງຂ້ອຍຕະຫຼອດມາ ແລະ ຂ້ອຍດີໃຈຫຼາຍເພາະວ່າຄວາມຝັນທີ່ກຳລັງຈະເປັນຈິງ!"ນັກຮຽນ ວິຈິດ ຊີຜົງມາ ກ່າວວ່າ, ຂ້ອຍຈະພະຍາຍາມຕັ້ງໃຈຮຽນ ເພື່ອຈະມີໂອກາດໄປຮຽນຢູ່ຈີນໃນອະນາຄົດ.

ແຫຼ່ງຂ່າວ: ໜັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ ຊີນເຊວຕານ

ນັກຮຽນລາວ ແລະ ຈີນເຂົ້າຮ່ວມງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ