“ໜຶ່ງແລວໜຶ່ງເສັ້ນທາງ” ເປັນເສັ້ນທາງແຫ່ງການຊຸກຍູ້ການພັດທະນາຮ່ວມກັນລະຫວ່າງປະເທດຕ່າງໆ

2023-05-29 16:52:13
ມາຈາກ:CRI

ທ່ານ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍໄດ້ກ່າວໃນຫວ່າງມໍ່ໆມານີ້ວ່າ: ກໍາປູເຈຍໄດ້ຮັບຜົນປະໂຫຍດຕົວຈິງຈາກການເຂົ້າຮ່ວມການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”. ຈີນໄດ້ຊ່ວຍເຫຼືອກໍາປູເຈຍສ້າງພື້ນຖານໂຄງລ່າງດ້ານຂົວທາງຢ່າງສໍາເລັດຜົນເປັນຈໍານວນຫຼວງຫຼາຍ. ການສະໜອງວັດຖຸດິບທີ່ໝັ້ນທ່ຽງຂອງຈີນໄດ້ຮັບປະກັນການສົ່ງອອກກໍຄືການປະກອບອາຊີບຂອງປະຊາຊົນກໍາປູເຈຍຫຼາຍລ້ານຄົນ. ນະໂຍບາຍຂອງຈີນບໍ່ຖືປະເທດໃດໆເປັນສັດຕູແລະບໍ່ຂັດຂວາງການພັດທະນາຂອງປະເທດໃດໆ.

ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຮັບການຕີລາຄາຢ່າງຕັ້ງໜ້າຂອງທ່ານ ຮຸນແຊນ ເມື່ອວັນທີ 24 ພຶດສະພານີ້ວ່າ: ນັບແຕ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ສະເໜີອອກເປັນເວລາ 10 ປີມານີ້, ໄດ້ກາຍເປັນຜະລິດຕະພັນສາທາລະນະທົ່ວໂລກກໍຄືເວທີການຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງກວ້າງຂວາງ.

ທ່ານນາງ ເໝົາໜິງ ກ່າວຕື່ມວ່າ: ມາຮອດປັດຈຸບັນ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ດຶງດູດຫຼາຍກວ່າ 3/4 ຂອງປະເທດຕ່າງໆໃນທົ່ວໂລກເຂົ້າມາມີສ່ວນຮ່ວມ, ໄດ້ສ້າງວຽກເຮັດງານທໍາ 420.000 ຕໍາແໜ່ງໃຫ້ແກ່ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ພ້ອມທັງໄດ້ຊ່ວຍເຫຼືອປະເທດຕ່າງໆເລັ່ງພັດທະນາ ເສດຖະກິດນັບມື້ນັບຫຼາຍຂຶ້ນກວ່າເກົ່າຕື່ມອີກ. ໝາກຜົນອັນອຸດົມສົມບູນເຫຼົ່ານີ້, ໄດ້ສ່ອງແສງໃຫ້ເຫັນຢ່າງເຕັ່ມທີ່ວ່າ: “ໜຶ່ງແລວໜຶ່ງເສັ້ນທາງ” ເປັນເສັ້ນທາງແຫ່ງການຊຸກຍູ້ການພັດທະນາຮ່ວມກັນລະຫວ່າງປະເທດຕ່າງໆ.

“ໜຶ່ງແລວໜຶ່ງເສັ້ນທາງ” ເປັນເສັ້ນທາງແຫ່ງການຊຸກຍູ້ການພັດທະນາຮ່ວມກັນລະຫວ່າງປະເທດຕ່າງໆ