ຂະໜາດຂາເຂົ້າຂາອອກຂອງການຄ້າດ້ານສິນຄ້າແລະການບໍລິການສາກົນຂອງຈີນໃນເດືອນເມສາ 2023 ເພີ່ມຂຶ້ນ 7%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້

2023-05-29 17:33:09
ມາຈາກ:CRI

ວັນທີ 26 ພຶດສະພານີ້, ກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນໄດ້ເຜີຍແຜ່ຂໍ້ມູນສະແດງໃຫ້ເຫັນວ່າ: ໃນເດືອນເມສາແລ້ວນີ້, ຂະໜາດຂາເຂົ້າຂາອອກຂອງການຄ້າດ້ານສິນຄ້າແລະການບໍລິການສາກົນຂອງຈີນໄດ້ບັນລຸເຖິງ 3.669,8 ຕື້ໂດລາ, ໄດ້ເພີ່ມຂຶ້ນ 7% ເມື່ອທຽບໃສ່ເດືອນເມສາປີ 2022, ບັນລຸການໄດ້ປຽບດຸນການຄ້າ 276,1 ຕື້ຢວນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ເດືອນເມສາປີ 2022.

ໃນນັ້ນ, ການຄ້າດ້ານສິນຄ້າໄດ້ປຽບດຸນ 392,3 ຕື້ຢວນ, ເຊິ່ງໄດ້ສ້າງສະຖິຕິສູງສຸດຕໍ່ເດືອນໃນປີ 2023.

ຖ້າໄລ່ເປັນໂດລາ, ໃນເດືອນເມສາປີ 2023, ການຄ້າດ້ານສິນຄ້າແລະການບໍລິການສາກົນຂອງຈີນໄດ້ປຽບດຸນ 40,1 ຕື້ໂດລາ.

ຂະໜາດຂາເຂົ້າຂາອອກຂອງການຄ້າດ້ານສິນຄ້າແລະການບໍລິການສາກົນຂອງຈີນໃນເດືອນເມສາ 2023 ເພີ່ມຂຶ້ນ 7%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້