ທ່ານນາງເພິງລີ້ຢວນ ພັນລະຍາຂອງປະທານປະເທດຈີນພົບປະກັບທ່ານນາງ ແດນນິສ ພັນລະຍາຂອງປະທານາທິບໍດີສ.ປ ກົງໂກ

2023-05-29 17:34:29
ມາຈາກ:CRI

ຕອນບ່າຍວັນທີ 26 ພຶດສະພານີ້, ທ່ານນາງເພິງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານນາງແດນນິສ ນິຢະຄຣູ ຊີເຊເຄດີ ພັນລະຍາຂອງທ່ານແອຕິແອນ ຊີເຊເຄດີ ປະທານາທິບໍດີສາທາລະນະລັດປະຊາທິປະໄຕກົງໂກທີ່ມາຢ້ຽມຢາມຈີນທາງລັດຖະກິດ.

ທ່ານນາງເພິງລີ້ຢວນໄດ້ສະແດງຄວາມຊົມເຊີຍຕໍ່ວຽກງານຂອງທ່ານນາງແດນນິສໃນຖານະເປັນຮອງປະທານສະຫະພັນການພັດທະນາລະຫວ່າງພັນລະຍາຜູ້ທີ 1 ຂອງອາຟຣິກາໃນການເພີ່ມທະວີສຸຂະພາບ ແລະຄວາມຜ້າສຸກຂອງແມ່ຍິງ, ເດັກນ້ອຍ ແລະຊາວໜຸ່ມເຍົາວະຊົນອາຟຣິກາ. ທ່ານນາງເພິງລີ້ຢວນກ່າວວ່າ: ຈີນໄດ້ຮັກສາການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບກັບສະຫະພັນດັ່ງກ່າວມາໂດຍຕະຫຼອດ, ຍິນດີເພີ່ມທະວີການຮ່ວມມືຕື່ມອີກ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການພັດທະນາພາລະກິດແມ່ ແລະເດັກ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາໃນຍຸກໃໝ່.

ທ່ານນາງແດນນິສໄດ້ຕີລາຄາສູງຕໍ່ທ່ານນາງເພິງລີ້ຢວນທີ່ໄດ້ເອົາໃຈໃສ່ ແລະສະໜັບສະໜູນວຽກງານການພັດທະນາແມ່ຍິງ, ເດັກນ້ອຍ ແລະຊາວໜຸ່ມເຍົາວະຊົນຂອງອາຟຣິກາມາໂດຍຕະຫຼອດ, ຄອງຄອຍເພີ່ມທະວີການແລກປ່ຽນ ແລະການຮ່ວມມືຕື່ມອີກ, ຮ່ວມກັນປະກອບສ່ວນເຂົ້າໃນການສົ່ງເສີມໄມຕີຈິດມິດຕະພາບລະຫວ່າງອາຟຣິກາ ແລະຈີນ.

ທ່ານນາງເພິງລີ້ຢວນ ພັນລະຍາຂອງປະທານປະເທດຈີນພົບປະກັບທ່ານນາງ ແດນນິສ ພັນລະຍາຂອງປະທານາທິບໍດີສ.ປ ກົງໂກ