ນັບແຕ່ມື້ນີ້ເປັນຕົ້ນໄປ ເຮືອບິນໂດຍສານ C919 ຈະໃຫ້ບໍລິການຜູ້ໂດຍສານເປັນປະຈຳລະຫວ່າງນະຄອນຊຽງໄຮ້ກັບນະຄອນເຊີງຕູ່ຂອງຈີນ

2023-05-29 18:08:21
ມາຈາກ:CRI

ວັນທີ 18 ພຶດສະພານີ້, ບໍລິສັດການບິນພາກໃຕ້ຈີນ ຫຼື China Easternໄດ້ນຳໃຊ້ເຮືອບິນໂດຍສານຂະໜາດໃຫຍ່ C919 ລຳທຳອິດຢູ່ໃນໂລກຂອງບໍລິສັດເຮືອບິນທຸລະກິດຈີນຈຳກັດ ຫຼື COMAC ເຂົ້າໃນການປະຕິບັດໜ້າທີ່ການບິນຖ້ຽວບິນ MU9191 ຈາກສະໜາມບິນຮົງຊຽວນະຄອນຊຽງໄຮ້ໄປຫາສະໜາມບິນນະຄອນຫຼວງປັກກິ່ງ.

ອີງຕາມປະເພນີສາກົນຂອງວົງການການບິນ, ເຮືອບິນຊະນິດໜຶ່ງກ້າວໄປສູ່ການພັດທະນາ ແລະ ໃຫ້ບໍລິການຜູ້ໂດຍສານຂະໜາດໃຫຍ່ ຍັງຕ້ອງການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນືອງຫຼັງຈາກຫຼາຍປີທີ່ເຂົ້າສູ່ໄລຍະໃຫ້ການບໍລິການທາງການຄ້າ. ໃນອະນາຄົດ, ບໍລິສັດການບິນ China Eastern ຈະດຳເນີນການຮ່ວມມືກັບຝ່າຍຕ່າງໆ, ສຸມກຳລັງເຮັດໃຫການໃຫ້ບໍລິການຂອງເຮືອບິນໂດຍສານ C919 ຍົກສູງຄຸນນະພາບຢ່າງບໍ່ຢຸດຢັ້ງ ເພື່ອຊ່ວຍໃຫ້ C919 ກາຍເປັນຊະນິດເຮືອບິນທີ່ໄດ້ຮັບການຍອບຮັບຈາກວົງການການບິນທົ່ວໂລກ.

ນັບແຕ່ວັນທີ 29 ພຶດສະພານີ້, ເຮືອບິນໂດຍສານ C919 ຈະປະຕິບັດໜ້າທີ່ການບິນທາງການຄ້າເປັນປະຈຳລະຫວ່າງສະໜາມບິນຮົງຊຽວນະຄອນຊຽງໄຮ ກັບ ສະໜາມບິນທ່ຽນຝູນະຄອນເຊີງຕູ່ຂອງຈີນ.

ນັບແຕ່ມື້ນີ້ເປັນຕົ້ນໄປ ເຮືອບິນໂດຍສານ C919 ຈະໃຫ້ບໍລິການຜູ້ໂດຍສານເປັນປະຈຳລະຫວ່າງນະຄອນຊຽງໄຮ້ກັບນະຄອນເຊີງຕູ່ຂອງຈີນ