ເຂດພິເສດ"ບໍລິການຄົບວົງຈອນ"ແຫ່ງທຳອິດສຳລັບ ຊາວຕ່າງຊາດໃນແຂວງຢຸນນານໄດ້ເປີດແລ້ວ

2023-05-30 09:51:58
ມາຈາກ:

ທ່ານ Andrew Gow ຈາກປະເທດອັງກິດເປັນຄູອາຈານສອນພາສາອັງກິດຂອງໂຮງຮຽນຊືຊິງຄຸນໝິງ ກ່າວຢ່າງມີຄວາມສຸກວ່າ "ດີຫຼາຍ! ຂ້ອຍໄດ້ຮັບໃບອະນຸຍາດທີ່ຢູ່ອາໄສສໍາລັບການເຮັດວຽກຢ່າງສໍາເລັດຜົນ!" ວັນທີ 23 ພຶດສະພາ, ເຂດພິເສດທົດລອງ"ບໍລິການຄົບວົງຈອນ"ແຫ່ງທຳອິດທີ່ມີໃບອະນຸຍາດທີ່ຢູ່ອາໄສສໍາລັບການເຮັດວຽກຂອງຄົນຕ່າງປະເທດຢູ່ແຂວງຢຸນນານໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຄຸນໝິງ.

ເປັນທີ່ເຂົ້າໃຈກັນວ່າ, ບຸກຄະລາກອນຕ່າງປະເທດເຮັດວຽກງານຢູ່ຈີນມີສອງເລື່ອງຄື: "ໃບອະນຸຍາດວຽກງານຢູ່ຈີນຂອງບຸກຄະລາກອນຕ່າງປະເທດ" ແລະ "ໃບອະນຸຍາດທີ່ຢູ່ອາໄສຂອງປະເພດເຮັດວຽກ" ເພື່ອໄປເຮັດວຽກຢູ່ຄຸນໝິງຢ່າງຖືກຕ້ອງຕາມກົດໝາຍ, ບຸກຄະລາກອນຕ່າງປະເທດຕ້ອງຮ້ອງຂໍໃບອະນຸຍາດວຽກງານຢູ່ຈີນຂອງບຸກຄະລາກອນຕ່າງປະເທດໃຫ້ກົມວິທະຍາສາດ-ເຕັກໂນໂລຊີຄຸນໝິງກ່ອນ, ຕາມໃບອະນຸຍາດວຽກງານນີ້ຮ້ອງຂໍໃບອະນຸຍາດທີ່ຢູ່ອາໄສຂອງປະເພດເຮັດວຽກໃຫ້ກົມຄຸ້ມຄອງເຂົ້າອອກເມືອງຄຸນໝິງ ຕ້ອງໃຊ້ເວລາເກືອບ 20 ວັນ.

ປັດຈະບັນນີ້, ນະຄອນຄຸນໝິງໄດ້ດຳເນີນເຕົ້າໂຮມ 2 ທຸລະກິດເຊັ່ນໃບອະນຸຍາດວຽກງານ ແລະ ໃບອະນຸຍາດທີ່ຢູ່ອາໄສປະເພດເຮັດວຽກຂອງຄົນຕ່າງດ້າວ, ລວມສອງທຸລະກິດທີ່ກ່ຽວຂ້ອງກັບສອງພະແນກເຂົ້າໄວ້ໃນປ່ອງຢ້ຽມດຽວກັນ ແລະ ປະສົບຜົນສໍາເລັດໃນການດຳເນີນສ້າງປ່ອງຢ້ຽມທົດລອງ“ບໍລິການຄົບວົງຈອນ”ຂອງໃບອະນຸຍາດທີ່ຢູ່ອາໄສ ແລະ ໃບອະນຸຍາດວຽກງານບຸກຄະລາກອນຕ່າງປະເທດຢູ່ນະຄອນຄຸນໝິງ.

ເຂດພິເສດ“ບໍລິການຄົບວົງຈອນ” ຂອງໃບອະນຸຍາດທີ່ຢູ່ອາໄສວຽກງານບຸກຄະລາກອນຕ່າງປະເທດໄດ້ສ້າງຕັ້ງຂຶ້ນຢູ່ປ່ອງຢ້ຽມທີ່ສົມບູນແບບເລກທີ່ 28, 29, 30 ແລະ 31 ທີ່ຊັ້ນໜຶ່ງຂອງສູນບໍລິການກິດຈະການລັດຖະບານນະຄອນຄຸນໝິງ, ເຂດພິເສດໄດ້ສ້າງສາ ແລະ ນຳໃຊ້ແລ້ວຈະສະໜອງບໍລິການແບບມືອາຊີບ ແລະ ວ່ອງໄວ ມຸ່ງເນັ້ນໃສ່ບຸກຄະລາກອນລະດັບສູງທີ່ໄດ້ຮັບສິດພັກພາສາໄສໄລຍະຍາວໃນຕ່າງປະເທດ ແລະ ຮອງກົງ, ມາເກົ້າ, ໄຕ້ຫວັນ ແລະ ບຸກຄະລາກອນຕ່າງປະເທດໃນການຢ້ຽມຢາມ, ການຮ່ວນມືການຄ້າ, ການເຮັດວຽກທີ່ຢູ່ໃນຄຸນໝີງ.

ສູນບໍລິການກິດຈະການລັດຖະບານນະຄອນຄຸນໝິງຍັງມີພະນັກງານບໍລິການພາສາຕ່າງປະເທດ 2 ຄົນ ແລະ ມີເຄື່ອງແປຫຼາຍພາສາ, ສາມາດແປໄດ້ 45 ພາສາແບບທັນທີ, ເພື່ອແກ້ໄຂບັນຫາຄວາມບໍ່ສະດວກໃຫ້ແກ່ຄົນຕ່າງປະເທດທີ່ບໍ່ເຂົ້າໃຈພາສາ.

ແຫຼ່ງຂ່າວ: ເວບໄຊແຂວງຢຸນນານ

ນັກຂ່າວ: ຈ່າງຢ້ານຊຸນ

ເຂດພິເສດ"ບໍລິການຄົບວົງຈອນ"ແຫ່ງທຳອິດສຳລັບ ຊາວຕ່າງຊາດໃນແຂວງຢຸນນານໄດ້ເປີດແລ້ວ