ທີມສຳຫຼວດວິທະຍາສາດຈີນໄດ້ປີນຂຶ້ນຈອມພູໂຈມູລຸງມາ ເພື່ອດຳເນີນການສຳຫຼວດວິທະຍາສາດຈຳນວນຫຼາຍ

2023-05-30 09:56:42
ມາຈາກ:

ເວລາ 30 ນາທີ 12 ໂມງຂອງວັນທີ 23 ພຶດສະພາ 2023, ສະມາຊິກທັງ 13 ຄົນຂອງທີມສໍາຫຼວດທາງວິທະຍາສາດຈີນໄດ້ປີນຂຶ້ນຈອມພູໂຈມູລຸງມາທີ່ຍອດສູງສຸດຂອງໂລກຢ່າງສຳເລັດຜົນ. ຫຼັງຈາກນັ້ນ, ເຂົາເຈົ້າຈະສຳເລັດວຽກງານການສຳຫຼວດວິທະຍາສາດທີ່ສຳຄັນເຊັ່ນການເກັບຕົວຢ່າງຫິມະ ແລະ ນ້ຳກ້ອນໃນຈອມພູໂຈມູລຸງມາ.

ເວລາ 3 ໂມງເຊົ້າຂອງວັນທີ 23, ທີມການສຳຫຼວດວິທະຍາສາດໄດ້ອອກເດີນທາງຈາກຖານທີ່ໝັ້ນຈອມພູໂຈມູລຸງມາໃນລະດັບຄວາມສູງ 8,300 ແມັດ, ພາຍຫຼັງການປີນຂຶ້ນເປັນເວລາ 8 ຊົ່ວໂມງ, ເຂົາເຈົ້າໄດ້ມາຮອດສະຖານີສັງເກດການອຸຕຸນິຍົມວິທະຍາອັດຕະໂນມັດທີ່ສູງທີ່ສຸດໃນໂລກຢູ່ລະດັບຄວາມສູງ 8,830 ແມັດ. ຫຼັງຈາກເຮັດວຽກງານຢ່າງເຄັ່ງຕຶງປະມານ 1 ຊົ່ວໂມງ, ວຽກງານບຳລຸງຮັກສາ ແລະ ປັບປຸງສະຖານີອຸຕຸນິຍົມວິທະຍາໄດ້ສຳເລັດສົມບູນ.

ການດຳເນີນວຽກງານທີ່ບຳລຸງຮັກສາ ແລະ ປັບປຸງສະຖານີສັງເກດການອຸຕຸນິຍົມວິທະຍາອັດຕະໂນມັດແມ່ນເນັ້ນໄປທີ່ບັນຫາອາຍຸການໃຊ້ງານແບັດເຕີຣີໃນສະພາບແວດລ້ອມທີ່ຮຸນແຮງ, ສະຖານີສັງເກດການທີ່ຢູ່ຕ່ຳກວ່າລະດັບຄວາມສູງ 6,500 ແມັດເໜືອລະດັບນໍ້າທະເລ ໄດ້ເພີ່ມການສັງເກດປະລິມານນໍ້າຝົນ ເພື່ອໃຫ້ໄດ້ຮັບຂໍ້ມູນການສັງເກດອຸຕຸນິຍົມທີ່ຄົບຖ້ວນກວ່າ ແລະ ເພື່ອໃຫ້ທີມການສຳຫຼວດວິທະຍາສາດສະໜອງຂໍ້ມູນພື້ນຖານເມື່ອເຂົ້າເຈົ້າຄົ້ນຄວ້າການປ່ຽນແປງການປົກຫຸ້ມຫິມະ ແລະ ນ້ຳກ້ອນ, ລັກສະນະການປ່ຽນແປງທາງອຸຕຸນິຍົມວິທະຍາໃນລະດັບຄວາມສູງທີ່ສູງກວ່າ.

ທ່ານ ອ່ານເປົາເຊີງ ຜູ້ບັນຊາການຂອງສະຖານທີ່ການສໍາຫຼວດວິທະຍາສາດຈອມພູໂຈມູລຸງມາ ປີ 2023 ກ່າວວ່າ, “ການເດີນສຳຫຼວດວິທະຍາສາດປີນີ້ມີການຄອບຄຸມສາຂາວິຊາຕ່າງໆຫຼາຍຂຶ້ນ, ຕົວແທນຂອງຄະນະສຳຫຼວດວິທະຍາສາດກໍ່ກວ້າງຂຶ້ນ, ເຄື່ອງມື ແລະ ອຸປະກອນຕ່າງໆກໍ່ມີລະດັບສູງ, ພິເສດແມ່ນແບັດເຕີຣີຊະນິດໃໝ່ທີ່ຄິດຄົ້ນຂຶ້ນໂດຍການຮ່ວມມືກັບໂຄງການສຳຫຼວດດວງຈັນ. ເຊິ່ງຈະຈັດຫາອຸປະກອນກໍາເນີດພະລັງງານທີ່ເຊື່ອຖືໄດ້ສໍາລັບການດໍາເນີນງານໃນສະພາບແວດລ້ອມສຸດຂົ້ວຂອງຍອດຈອມພູ "

ແຫຼ່ງຂ່າວ: ສຳນັກຂ່າວຊີນຮວາ

ນັກຂ່າວ: ເຊີນຊາງສາຍ ຖຽນຈີນເວີນ ລາປາ

ທີມສຳຫຼວດວິທະຍາສາດຈີນໄດ້ປີນຂຶ້ນຈອມພູໂຈມູລຸງມາ ເພື່ອດຳເນີນການສຳຫຼວດວິທະຍາສາດຈຳນວນຫຼາຍ