ທ່ານ ຈີນຣົງເວີນ ຄົນເກົາຫຼີໃຕ້ ທີ່ີຕົກຫຼຸມຮັກຊາພູເອີແຂວງຢຸນນານ

2023-05-30 10:00:01
ມາຈາກ:

ທ່ານ ຈີນຣົງເວີນ ຈາກເຊອູນ(Seoul)ສ.ເກົາຫຼີແມ່ນຜູ້ກໍ່ຕັ້ງຂອງວິສາຫະກິດຊາ"ຈືມໍຖາງ". ວິສາຫະກິດຊາ "ຈືມໍຖາງ" ຊ່ຽວຊານດ້ານຊາພູເອີແຂວງຢຸນນານ, ມີຫ້ອງການສໍານັກງານທີ່ເຊອູນ(Seoul)ສ.ເກົາຫຼີ ແລະ ມີຮ້ານທີ່ຮັບຜິດຊອບດ້ານທຸລະກິດຈຳໜ່າຍ ແລະ ການຝຶກອົບຮົມຊາໃນເມືອງແດກູ(Daegu) ສ.ເກົາຫຼີ.

ທ່ານ ຈີນຣົງເວີນ ໄດ້ຮຽນຮູ້ກ່ຽວກັບຊາພູເອີຄັ້ງທໍາອິດໃນຊຸມປີ 1980, ລາວຄິດວ່າຊາພູເອີເປັນສິ່ງທີ່ຫນ້າປະຫລາດໃຈ. ໃນປີ 1993, ທ່ານ ຈີນຣົງເວີນ ໄດ້ເດີນທາງມາຮອດປະເທດຈີນ. ປີ 1996, ທ່ານໄດ້ມາເຖິງແຂວງຢຸນນານເປັນຄັ້ງທຳອິດ, ລາວຮູ້ສຶກວ່າປະຊາຊົນທ້ອງຖິ່ນມີຄວາມກະຕືລືລົ້ນຫຼາຍ ແລະ ລາວເອງໄດ້ດື່ມຊາພູເອີຢູ່ແຫຼ່ງກຳເນີດ. ມາຮອດປະຈຸບັນ, ຊາພູເອີໄດ້ກາຍເປັນຂອງຂວັນທີ່ຕ້ອງມີທຸກຄັ້ງເມື່ອລາວກັບມາທີ່ສ.ເກົາຫຼີ.

ຫຼັງຈາກການເດີນທາງໄປ 30 ກວ່າປະເທດ, ທ່ານ ຈີນຣົງເວີນໄດ້ຕັດສິນໃຈຕັ້ງຖິ່ນຖານຢູ່ແຂວງຢຸນນານໃນປີ 2003. ພາຍຫຼັງມາຮອດແຂວງຢຸນນານ, ລາວໄດ້ຍິນຊື່ຂອງພູເຂົາຊາຫຼາຍແຫ່ງ, ຍ້ອນວ່າຮູ້ສຶກຢາກຮູ້ຢາກເຫັນ ລາວຈິ່ງເລີ່ມໄປທ່ີ່ໝູ່ບ້ານ ແລະ ພູເຂົາຊາທີ່ມີຊາພູເອີເພື່ອຊອກຫາຊາບູຮານ. "ທຸກໆຄັ້ງທີ່ຂ້ອຍໄປສວນຊາບູຮານກໍ່ຄືກັບການໄປປ່າ." ທ່ານ ຈີນຣົງເວີນ ໃຫ້ຮູ້ວ່າ, ຕົ້ນຊາບູຮານຢູ່ແຂວງຢຸນນານສ່ວນຫຼາຍແມ່ນເກີດຢູ່ໃນບັນດາບ້ານທີ່ຫ່າງໄກຈາກຕົວເມືອງ, ເຊິ່ງມີສະພາບແວດລ້ອມທາງນິເວດວິທະຍາທີ່ດີ ແລະ ຄວາມງາມຂອງມັນ ແຕກຕ່າງຈາກສວນຊາທີ່ຈັດສັນເປັນລະບຽບໃນເຂດການຜະລິດອື່ນໆ.

ທ່ານ ຈີນຣົງເວີນ ສາມາດເວົ້າພາສາຈີນໜ້ອຍໜຶ່ງ ແລະ ລາວມັກຈະນໍາເອົາວັດຈະນານຸກົມເອເລັກໂຕຣນິກຕິດຕົວໄປຍັງພູເຂົາຊາທຸກຄັ້ງໃນເບື້ອງຕົ້ນ. ລາວສາມາດໄປຊົມພູເຂົາຊາຫຼາຍແຫ່ງຍ້ອນການຊ່ວຍເຫຼືອຂອງຊາວບ້ານທ້ອງຖິ່ນ. ທ່ານ ຈີນຣົງເວີນ ກ່າວວ່າ: “ໃບຊາຢູ່ພູເຂົາຊາບູຮານແຕ່ລະແຫ່ງມີລົດຊາດທີ່ແຕກຕ່າງກັນ ແລະ ມີເລື່ອງເລົ່າທາງວັດທະນະທຳທີ່ແຕກຕ່າງກັນ.”

ໃນປີ 2007, ລາວໄດ້ຕັດສິນໃຈເຮັດຊາດ້ວຍຕົວເອງ. ລາວໄປທີ່ພູເຂົາຊາເພື່ອສຶກສາກັບຜູ້ຊ່ຽວຊານ, ຜູ້ທີ່ປູກ ແລະ ເຮັດຊາ, ເຂົ້າຮ່ວມການຝຶກອົບຮົມເຕັກນິກການປຸງແຕ່ງຊາພູເອີຢຸນນານ ແລະ ຄ່ອຍໆຮຽນຮູ້ທັກສະການຊົງຊາພູເອີ.

ທ່ານ ຈີນຣົງເວີນ ເວົ້າວ່າ: ແຕ່ກ່ອນ, ຄົນສ່ວນໜ້ອຍດື່ມຊາພູເອີໃນສ.ເກົາຫຼີ, ແຕ່ປັດຈຸບັນ ຊາພູເອີໄດ້ຮັບຄວາມນິຍົມນັບມື້ນັບຫຼາຍຂຶ້ນໃນສ.ເກົາຫຼີ, ລວມທັງຄົນໜຸ່ມສາວຈໍານວນຫຼາຍ. ໃນປີ 2019, ພວກເຂົາໄດ້ສົ່ງອອກຊາທັງໝົດ 30 ໂຕນ.

ແຫຼ່ງຂ່າວ: ສຳນັກຂ່າວຊີນຮວາ

ທ່ານ ຈີນຣົງເວີນ ຄົນເກົາຫຼີໃຕ້ ທີ່ີຕົກຫຼຸມຮັກຊາພູເອີແຂວງຢຸນນານ