ງານຄ່ຳຄືນວັດທະນະທຳ “ດອກຈໍຳປາບານ” ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ
2023-06-07 18:04:25
ມາຈາກ:

ຕອນຄ່ຳວັນທີ 30 ພຶດສະພານີ້, ງານຄ່ຳຄືນວັດທະນະທຳ “ດອກຈໍຳປາບານ” ຂອງກິດຈະກໍາແລກປ່ຽນວັດທະນະທໍາລະຫວ່າງປະເທດ ພາຍໃຕ້ຫົວຂໍ້ “ສາຍນ້ຳສາຍໃຈດຽວ ກົມກຽວດັ່ງຄອບຄົວດຽວກັນ” ຍຸກໃໝ່ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ. ຜູ້ແທນເກືອບ 100 ຄົນທີ່ມາຈາກມະຫາວິທະຍາໄລ, ສື່ມວນຊົນ ແລະ ພະແນກທີ່ກ່ຽວຂ້ອງຈາກແຂວງຢຸນນານ, ແຂວງຫູໜານ, ນະຄອນສົງຊິງ ແລະ ລາວໄດ້ເຕົ້າໂຮມກັນເພື່ອປຶກສາຫາລືກ່ຽວກັບມິດຕະພາບ ແລະ ການພັດທະນາ. ໃນກິດຈະກຳດັ່ງກ່າວຍັງໄດ້ແນະນຳວຽກງານຂອງສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ແຂວງຢຸນນານນັບແຕ່ໄດ້ສ້າງຕັ້ງຂຶ້ນ 1 ປີກ່ອນ. ບັນດາແຂກທີ່ເຂົ້າຮ່ວມໄດ້ພາກັນສະເຫລີມສະຫລອງ ແລະ ຮ່ວມອວຍພອນໄຊໃຫ້ແກ່ການພັດທະນາສູນດັ່ງກ່າວໃນອະນາຄົດ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ