ງານປະຊຸມຄວາມຮ່ວມມືດ້ານນະວັດຕະກໍາ ແລະ ເລື່ອງລາວຄວາມຮ່ວມມື "ສີຂຽວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ໄດ້ຈັດຂຶ້ນຢູ່ຄຸນໝິງ
2023-06-07 18:07:29
ມາຈາກ:

ວັນທີ 31 ພຶດສະພານີ້, ງານປະຊຸມຄວາມຮ່ວມມືດ້ານນະວັດຕະກໍາ ແລະ ເລື່ອງລາວຄວາມຮ່ວມມື "ສີຂຽວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ"ຂອງກິດຈະກໍາແລກປ່ຽນວັດທະນະທໍາລະຫວ່າງປະເທດ ພາຍໃຕ້ຫົວຂໍ້ ”ສາຍນ້ຳສາຍໃຈດຽວ ກົມກຽວດັ່ງຄອບຄົວດຽວກັນ” ຍຸກໃໝ່ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ. ບັນດາແຂກທີ່ເຂົ້າຮ່ວມກິດຈະກຳໄດ້ແບ່ງປັນເລື່ອງລາວກ່ຽວກັບ “ຊາວໜຸ່ມຈາກປະເທດທີ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີສ່ວນຮ່ວມໃນການພັດທະນາສີຂຽວ” ເປັນໃຈກາງ, ໄດ້ດຳເນີນການພົບປະແລກປ່ຽນວັດທະນະທຳ ແລະ ສິລະປະ ພາຍໃຕ້ຫົວຂໍ້ “ຕິດຕໍ່·ເຊື່ອມໂຍງ·ກ້າວກະໂດດ”,ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນດ້ານການພັດທະນາແບບຍືນຍົງຂອງບັນດາປະເທດລຽບຕາມອ່າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.






ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ