ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມນັກຂ່າວ ກໍລະນີທີ່ຍີ່ປຸ່ນດື້ດ້ານລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-08-10 18:24:31
ມາຈາກ:CRI

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 9 ສິງຫານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວກໍລະນີທີ່ຍີ່ປຸ່ນດື້ດ້ານປະຕິບັດແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ.

ໂຄສົກທ່ານນີ້ກ່າວວ່າ: “ນັບແຕ່ໃດມາ, ຈີນກໍຄັດຄ້ານຍີ່ປຸ່ນດື້ດ້ານລະບາຍນ້ຳປົນເປື້ອນລັງສີນິວເຄລຍຟູຄູຊີມະລົງສູ່ທະເລ ເຊິ່ງເປັນການບ່າຍບ່ຽງຄວາມສ່ຽງດ້ານມົນລະພິດທາງນິວເຄລຍໃຫ້ແກ່ທົ່ວໂລກ. ນັບແຕ່ໃດມາ, ຈີນກໍໄດ້ສະແດງຄວາມເປັນຫ່ວງຕໍ່ຍີ່ປຸ່ນ ບົນພື້ນຖານວິທະຍາສາດ ແລະ ຄວາມເປັນຈິງ. ຈີນໄດ້ແລກປ່ຽນກັບຍີ່ປຸ່ນໃນກໍລະນີລະຫວ່າງສອງຝ່າຍ ແລະ ຫຼາຍຝ່າຍ, ໄດ້ສະແດງຄວາມເຫັນ ແລະ ຄວາມເປັນຫ່ວງຈາກພາກສ່ວນວິຊາການຂອງຝ່າຍຈີນຫຼາຍເທື່ອ. ຈີນ ແລະ ຣັດເຊຍຍັງໄດ້ສະເໜີບັນຊີລາຍການບັນຫາເຕັກນິກປະສົມສາມສະບັບໃຫ້ກັບຍີ່ປຸ່ນ ບົນພື້ນຖານເຕັກນິກວິທະຍາສາດ ແລະ ພຶດຕິກຳຕົວຈິງດ້ານຄວາມປອດໄພນິວເຄລຍ ໃນສາກົນທີ່ດີງາມ ເພື່ອສ້າງຄວາມສົງໄສຕໍ່ແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍຂອງຍີ່ປຸ່ນ. ແຕ່ສິ່ງທີ່ໜ້າເສຍດາຍນັ້ນແມ່ນຍີ່ປຸ່ນບໍ່ເອົາຫົວຊາຕໍ່ສຽງຄັດຄ້ານ ແລະ ຄວາມເປັນຫ່ວງທີ່ສົມເຫດສົມຜົນຈາກຝ່າຍຕ່າງໆ ແລະ ດື້ດ້ານປະຕິບັດແຜນການດັ່ງ ກ່າວ. ຖ້າວ່າຍີ່ປຸ່ນມີຄວາມຈິງໃຈທີ່ຢາກແກ້ໄຂຄວາມເປັນຫ່ວງຂອງປະເທດໃກ້ຄຽງຢ່າງແນ່ແທ້ແລ້ວ ກໍຄວນຢຸດແຜນການທີ່ດື້ດ້ານລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໃນທັນທີ, ດຳເນີນການແລກປ່ຽນກັນໂດຍບໍ່ວາງເງື່ອນໄຂເບື້ອງຕົ້ນທີ່ໃຫ້ຜົນລ່ວງໜ້າ ເພື່ອເປິກສາຫາລືກັນກ່ຽວກັບແຜນຊຳລະແກ້ໄຂຢ່າງປອດໄພທີ່ອາດຈະມີຂຶ້ນທຸກສະບັບຢ່າງເຕັມສ່ວນ.

ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມນັກຂ່າວ ກໍລະນີທີ່ຍີ່ປຸ່ນດື້ດ້ານລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ