ຈຳນວນຜູ້ໂດຍສານຕໍ່ມື້ຂອງສະໜາມບິນຕ້າຊິງນະຄອນຫຼວງປັກກິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ
ສະໜາມບິນຕ້າຊິງນະຄອນຫຼວງປັກກິ່ງແຈ້ງຂ່າວໃຫ້ຮູ້ວ່າ: ນັບແຕ່ໄລຍະພັກລະດູຮ້ອນເປັນຕົ້ນມາ, ປະລິມານທຸລະກິດຂອງສະໜາມບິນຕ້າຊິງໄດ້ເພີ່ມຂຶ້ນຢ່າງວ່ອງໄວ ແລະ ຈຳນວນຜູ້ໂດຍສານກໍໄດ້ສ້າງສະຖິຕິໃໝ່. ວັນທີ 6 ສິງຫານີ້, ຈຳນວນຜູ້ໂດຍສານຕໍ່ມື້ຂອງສະໜາມບິນຕ້າຊິງແມ່ນມີຫຼາຍກວ່າ 150.000 ເທື່ອຄົນເປັນຄັ້ງທຳອິດ, ໄດ້ສ້າງສະຖິຕິໃໝ່ນັບແຕ່ເປີດນຳໃຊ້ສະໜາມບິນຕ້າຊິງເປັນຕົ້ນມາ.
ອີງຕາມສະຖິຕິ, ນັບແຕ່ການຂົນສົ່ງໃນໄລຍະພັກລະດູຮ້ອນເປັນຕົ້ນມາ, ນັບລວມແລ້ວ, ສະໜາມບິນຕ້າຊິງໄດ້ຮັບປະກັນຖ້ຽວບິນເກືອບ 33.000 ເທື່ອລຳ, ໄດ້ຂົນສົ່ງຜູ້ໂດຍສານ 4,71 ລ້ານເທື່ອຄົນ, ຖ້ຽວບິນສະເລ່ຍຕໍ່ມື້ມີຫຼາຍກວ່າ 880 ເທື່ອລຳ, ຂົນສົ່ງຜູ້ໂດຍສານສະເລ່ຍຕໍ່ມື້ໄດ້ 127.000 ເທື່ອຄົນ ແລະ ຂົນສົ່ງຜູ້ໂດຍສານສາກົນໄດ້ຫຼາຍກວ່າ 9.000 ເທື່ອຄົນ. ວັນທີ 6 ສິງຫານີ້, ສະໜາມບິນຕ້າຊິງໄດ້ປະຕິບັດຖ້ຽວບິນທັງໝົດ 947 ເທື່ອລຳ, ຮັບປະກັນການຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 155.000 ເທື່ອຄົນ, ຈຳນວນຜູ້ໂດຍສານໃນວັນດຽວໄດ້ສ້າງສະຖິຕິສູງສຸດນັບແຕ່ເປີດນຳໃຊ້ສະໜາມບິນເປັນຕົ້ນມາ.