ການຜະລິດໄຟຟ້າດ້ວຍພະລັງງານລົມຂອງຈີນສົ່ງອອກໄປທົ່ວໂລກ

2023-08-14 17:22:40
ມາຈາກ:CRI

ໃນ 6 ເດືອນຕົ້ນປີ 2023, ການຜະລິດໄຟຟ້າດ້ວຍພະລັງງານລົມຂອງຈີນໄດ້ຮັບການພັດທະນາຢ່າງວ່ອງໄວ ເຊິ່ງຄວາມສາມາດການຜະລິດໄຟຟ້າໄດ້ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ແລະ ໄດ້ຮັບຜົນສຳເລັດຕ່າງໆຢ່າງມີຫົວຄິດປະດິດສ້າງ ແລະ ມີລັກສະນະກ້າວກະໂດດ, ດັ່ງນັ້ນ, ໃນຂະນະທີ່ເລັ່ງສ້າງເປັນລະບົບອຸດສາຫະກຳການຜະລິດໄຟຟ້າດ້ວຍພະລັງງານລົມທີ່ນຳໜ້າໃນທົ່ວໂລກ ພ້ອມທັງໄດ້ອຳນວຍພະລັງງານສີຂຽວໃຫ້ແກ່ການພັດທະນາເສດຖະກິດຂອງຈີນ.

ໃນ 6 ເດືອນຕົ້ນປີນີ້, ການຕິດຕັ້ງເຄື່ອງຜະລິດໄຟຟ້າດ້ວຍພະລັງງານລົມທີ່ເພີ່ມໃໝ່ໃນທົ່ວໂລກກວມຫຼາຍກວ່າ 40% ແມ່ນມາຈາກຈີນ. ປັດຈຸບັນ, ຍອດຄວາມສາມາດການຜະລິດໄຟຟ້າດ້ວຍພະລັງງານລົມຂອງຈີນມີເຖິງ 389 ລ້ານວັດກິໂລ, ແຕ່ລະມື້ສາມາດຜະລິດໄຟຟ້າໄດ້ຫຼາຍກວ່າ 2 ຕື້ກິໂລວັດໂມງ.

ໃນໄລຍະ 10 ປີຜ່ານມານີ້, ຕ່ອງໂສ້ອຸດສາຫະກຳຜະລິດໄຟຟ້າດ້ວຍພະລັງງານລົມຂອງຈີນໄດ້ເລັ່ງການປະດິດສ້າງໃໝ່ຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ກາຍເປັນແຫຼ່ງຜະລິດອຸປະກອນຜະລິດໄຟຟ້າດ້ວຍພະລັງງານລົມໃຫຍ່ທີ່ສຸດຢູ່ໃນໂລກ, ມີປະລິມານການຜະລິດກວມຫຼາຍກວ່າ 2 ສ່ວນ 3 ໃນຕະຫຼາດທົ່ວໂລກ ແລະ ໄດ້ສົ່ງອອກໄປສູ່ 49 ປະເທດແລະເຂດແຄວ້ນ.

ການຜະລິດໄຟຟ້າດ້ວຍພະລັງງານລົມຂອງຈີນສົ່ງອອກໄປທົ່ວໂລກ