ລັດຖະບານຈີນໃຊ້ນະໂຍບາຍແລະມາດຕະການ 6 ດ້ານເພື່ອເພີ່ມຄວາມແຮງດຶງດູດການລົງທຶນຈາກຕ່າງປະເທດຕື່ມອີກ

2023-08-14 17:26:41
ມາຈາກ:CRI

ຫວ່າງບໍ່ດົນມານີ້, ລັດຖະບານຈີນໄດ້ພິມຈຳໜ່າຍ ຄວາມເຫັນກ່ຽວກັບການປັບປຸງສະພາບແວດລ້ອມດ້ານການລົງທຶນໃຫ້ດີຂຶ້ນ ແລະເພີ່ມຄວາມແຮງດຶງດູດການລົງທຶນຈາກນັກທຸລະກິດຕ່າງປະເທດຕື່ມອີກ, ຮຽກຮ້ອງໃຫ້ຈັດສັນສະພາບການທັງພາຍໃນແລະສາກົນຢ່າງເປັນເອກະພາບກັນແລະດີກວ່າເກົ່າ, ສ້າງສະພາບແວດລ້ອມດ້ານການດຳເນີນທຸລະກິດອັນດັບໜຶ່ງທີ່ເປັນແບບຕະຫຼາດ ແບບກົດໝາຍ ແລະແບບສາກົນ, ເສີມຂະຫຍາຍທ່າແຮງຂອງຈີນທີ່ເປັນຕະຫຼາດໃຫຍ່ສົມຄວນຢ່າງເຕັມທີ່, ດຶງດູດ ແລະນຳໃຊ້ການລົງທຶນຈາກຕ່າງປະເທດດ້ວຍຄວາມແຮງຫຼາຍກວ່າເກົ່າ ແລະມີປະສິດທິຜົນສູງກວ່າເກົ່າ, ປະກອບສ່ວນເຂົ້າໃນການຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ ແລະສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ຄວາມເຫັນສະບັບດັ່ງກ່າວໄດ້ວາງນະໂຍບາຍແລະມາດຕະການ 6 ດ້ານ, ຄື: ໜຶ່ງແມ່ນຍົກສູງຄຸນນະພາບການນຳໃຊ້ທຶນຕ່າງປະເທດ, ສອງແມ່ນຮັບປະກັນສິດສະເໝີພາບກັບປະຊາຊົນຈີນຂອງວິສາຫະກິດທີ່ລົງທຶນໂດຍນັກທຸລະກິດຕ່າງປະເທດ, ສາມແມ່ນເພີ່ມທະວີການປົກປັກຮັກສາການລົງທຶນຈາກຕ່າງປະເທດຢ່າງຕໍ່ເນື່ອງ, ສີ່ແມ່ນຍົກສູງລະດັບຄວາມສະດວກຂອງການລົງທຶນ, ຫ້າແມ່ນເພີ່ມຄວາມແຮງສະໜັບສະໜູນດ້ານການເງິນແລະພາສີອາກອນ, ຫົກແມ່ນປັບປຸງຮູບການສົ່ງເສີມການລົງທຶນຈາກຕ່າງປະເທດໃຫ້ສົມບູນຂຶ້ນ.

ລັດຖະບານຈີນໃຊ້ນະໂຍບາຍແລະມາດຕະການ 6 ດ້ານເພື່ອເພີ່ມຄວາມແຮງດຶງດູດການລົງທຶນຈາກຕ່າງປະເທດຕື່ມອີກ