ການສຳຫຼວດມະຫາສະໝຸດອາຕິກຕາມຫຼັກວິທະຍາສາດຄັ້ງທີ 13 ຂອງຈີນໄດ້ສຳເລັດໜ້າທຳອິດໃນການສຳຫຼວດທາງທະເລ
2023-08-14 17:37:05
ມາຈາກ:CRI
ການສຳຫຼວດມະຫາສະໝຸດອາກຕິກຕາມຫຼັກວິທະຍາສາດຄັ້ງທີ 13 ຂອງຈີນພວມດຳເນີນຢູ່. ຫວ່າງມໍ່ໆມານີ້, ທີມງານຂອງຈີນໄດ້ຂີ່ກຳປັ່ນທຳລາຍນ້ຳກ້ອນ “ເສຫຼົງ 2” ຫຼືມັງກອນຫິມະ 2 ທີ່ເປັນກຳປັ່ນສຳຫຼວດຂົ້ວໂລກທາງດ້ານວິທະຍາສາດ ໄດ້ສຳເລັດໜ້າທີ່ທຳອິດໃນການສຳຫຼວດຢູ່ເຂດທະເລຊຸກຊີ.
ໂຄງການສຳຫຼວດຄັ້ງນີ້ໄດ້ສຸມໃສ່ສິ່ງແວດລ້ອມຂອງນ້ຳ, ລະບົບນິເວດຂອງຊີວະນານາພັນ ແລະ ອື່ນໆ. ໂຄງການສຳຫຼວດທາງດ້ານວິທະຍາສາດຕ່າງໆ ເຊັ່ນ: ແສງວິທະຍາຢູ່ມະຫາສະໝຸດ, ປາຢູ່ລະດັບນ້ຳເລິກປານກາງ ແລະ ການສຳຫຼວດອຸທົກກະສາດ ລ້ວນແຕ່ໄດ້ສຳເລັດໜ້າທີ່ຕາມແຜນການ.