ຂະບວນລົດຂອງຈີນຖືກຫຼອນໂຈມຕີຢູ່ທ່າກວາດາຂອງປາກິດສະຖານ
ວັນທີ 14 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ, ຕາມຂ່າວລາຍງານວ່າ, ວັນທີ 13 ສິງຫານີ້, ຢູ່ທ່າກຳປັ່ນກວາດາຂອງປາກິດສະຖານໄດ້ເກີດເຫດການຫຼອນໂຈມຕີວິສະວະກອນຈີນ. ຈີນຕີລາຄາຄືແນວໃດຕໍ່ກັບເລື່ອງນີ້?
ທ່ານວ່າງເວີນປິ່ນກ່າວວ່າ, ວັນທີ 13 ສິງຫານີ້, ຢູ່ທ່າກຳປັ່ນກວາດາຂອງປາກິດສະຖານ, ຂະບວນລົດຂອງຈີນຖືກຫຼອນໂຈມຕີດ້ວຍລະເບີດຕາມແຄມທາງ, ແຕ່ບໍ່ໄດ້ເຮັດໃຫ້ພົນລະເມືອງຈີນບາດເຈັບ ຫຼື ເສຍຊີວິດ. ຈີນກ່າວປະນາມຢ່າງຮຸນແຮງຕໍ່ການກະທຳກໍ່ການຮ້າຍດັ່ງກ່າວ, ໄດ້ຮຽກຮ້ອງໃຫ້ປາກິດສະຖານລົງໂທດຜູ້ກໍ່ເຫດຢ່າງເຂັ້ມງວດ, ໃຊ້ມາດຕະການຕົວຈິງເພື່ອຮັບປະກັນຄວາມປອດໄພຂອງພົນລະເມືອງຈີນ. ທ່ານວ່າງເວີນປິ່ນກ່າວເນັ້ນໜັກວ່າ, ຈີນຈະສືບຕໍ່ຮ່ວມກັບປາກິດສະຖານ, ປ້ອງກັນ ແລະ ຮັບມືກັບໄພຂົ່ມຂູ່ຈາກລັດທິກໍ່ການຮ້າຍ, ປົກປ້ອງຄວາມປອດໄພຂອງພົນລະເມືອງຈີນ, ອົງການຈັດຕັ້ງ ແລະ ໂຄງການຂອງຈີນຢູ່ປາກິດສະຖານຢ່າງແທ້ຈິງ, ກົນອຸບາຍໃດໆທີ່ເຈຕະນາທຳລາຍມິດຕະພາບຈີນ-ປາກິດສະຖານ ແລະ ການສ້າງແລວເສດຖະກິດຈີນ-ປາກິດສະຖານນັ້ນຈະບໍ່ໄດ້ຮັບຜົນຫຍັງເລີຍຢ່າງເດັດຂາດ.