ຈີນປັບປຸງສະພາບແວດລ້ອມດ້ານການດຳເນີນທຸລະກິດໃຫ້ດີຂຶ້ນຢ່າງແທ້ຈິງ ເພື່ອດຶງດູດທຶນຕ່າງປະເທດທີ່ມີຄຸນນະພາບສູງຫຼາຍກວ່າເກົ່າ

2023-08-15 18:33:50
ມາຈາກ:CRI

ວັນທີ 14 ສິງຫານີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼ່ງຂ່າວປະຈຳກ່ຽວກັບນະໂຍບາຍ ໂດຍໄດ້ແຈ້ງໃຫ້ຮູ້ສະພາບການກ່ຽວກັບການລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງຕໍ່ເນື່ອງ ແລະ ປັບປຸງສະພາບແວດລ້ອມດ້ານການດຳເນີນທຸລະກິດໃຫ້ດີຂຶ້ນຢ່າງແທ້ຈິງ. ໃນກອງປະຊຸມ, ເຈົ້າໜ້າທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນກ່າວວ່າ: ຫວ່າງມໍ່ໆມານີ້, ຄະນະລັດຖະບານຈີນໄດ້ອອກ “ຄວາມເຫັນກ່ຽວກັບການປັບປຸງສະພາບແວດລ້ອມດ້ານ ການລົງທຶນໃຫ້ດີຂຶ້ນ ແລະ ເພີ່ມຄວາມແຮງດຶງດູດການລົງທຶນຈາກນັກທຸລະກິດ ຕ່າງປະເທດຕື່ມອີກ” ໂດຍໄດ້ວາງນະໂຍບາຍແລະມາດຕະການໃໝ່ທີ່ມີລັກສະນະຈຸດສຸມ ແລະ ມີຄຸນນະພາບສູງເພື່ອດຶງດູດທຶນຕ່າງປະເທດຢ່າງໝັ້ນທ່ຽງ, ເພື່ອເພີ່ມຄວາມໝັ້ນໃຈຕໍ່ການລົງທຶນຂອງນັກທຸລະກິດຕ່າງປະເທດຢ່າງມີປະສິດທິຜົນຫຼາຍກວ່າເກົ່າ, ດຶງດູດທຶນຕ່າງປະເທດທີ່ມີຄຸນນະພາບສູງໃຫ້ຫຼາຍກວ່າເກົ່າ.

ທ່ານເສີນຊຸ່ນຈ່ຽງ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າຈີນກ່າວວ່າ: ຄວາມເຫັນສະບັບດັ່ງກ່າວມີ 6 ດ້ານ ແລະ 24 ມາດຕະການ, ໃນດ້ານການເປີດກວ້າງແລະລົງເລິກການເປີດປະຕູສູ່ພາຍນອກ, ຄວາມເຫັນສະບັບນີ້ລະບຸວ່າ: ຕ້ອງເພີ່ມຄວາມແຮງໃຫ້ຈຸດທົດລອງສັງລວມດ້ານການເປີດກວ້າງການເປີດປະຕູສູ່ພາຍນອກຂອງຂະແໜງການບໍລິການເຮັດທົດລອງກ່ອນໝູ່, ສົ່ງເສີມວິສາຫະກິດທີ່ລົງທຶນໂດຍນັກທຸລະກິດຕ່າງປະເທດພ້ອມດ້ວຍສູນຄົ້ນຄ້ວາພັດທະນາທີ່ເຂົາເຈົ້າສ້າງຕັ້ງນັ້ນ ຮັບຜິດຊອບໂຄງການຄົ້ນຄວ້າວິທະຍາສາດທີ່ສຳຄັນ, ສ້າງລະບຽບການອຳນວຍຄວາມສະດວກໃຫ້ແກ່ການຄຸ້ມຄອງເງິນຕາຕ່າງປະເທດຂອງຄູ່ຮ່ວມຈຳກັດທີ່ໄດ້ມາດຕະຖານຢູ່ຕ່າງປະເທດໃຫ້ສົມບູນຂຶ້ນ, ສະໜັບສະໜູນເງິນຢວນຈີນທີ່ລະດົມຢູ່ຕ່າງປະເທດດຳເນີນການລົງທຶນໂດຍກົງຢູ່ພາຍໃນປະເທດ.

ຈີນປັບປຸງສະພາບແວດລ້ອມດ້ານການດຳເນີນທຸລະກິດໃຫ້ດີຂຶ້ນຢ່າງແທ້ຈິງ ເພື່ອດຶງດູດທຶນຕ່າງປະເທດທີ່ມີຄຸນນະພາບສູງຫຼາຍກວ່າເກົ່າ