ຈີນຍິນດີຮ່ວມມືກັບຝ່າຍຕ່າງໆສ້າງໂລກທີ່ສະອາດ ແລະ ສວຍງາມ
ວັນທີ 15 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ, ວັນທີ 15 ສິງຫາ 2023 ແມ່ນວັນນິເວດແຫ່ງຊາດຄັ້ງທຳອິດຂອງຈີນ, ການກຳນົດວັນດັ່ງກ່າວມີຄວາມໝາຍຄືແນວໃດຕໍ່ຈີນໃນການເຂົ້າຮ່ວມການຄຸ້ມຄອງສິ່ງແວດລ້ອມນິເວດຂອງໂລກ?
ທ່ານວ່າງເວີນປິ່ນກ່າວວ່າ, ວັນນິເວດແຫ່ງຊາດທີ່ມີລັກສະນະປະດິດສ້າງ ແລະ ລັກສະນະຂີດໝາຍນີ້, ໄດ້ສະແດງໃຫ້ເຫັນເຖິງຖານະສຳຄັນທີ່ສ້າງຄວາມສິວິໄລດ້ານນິເວດໃນຍຸກໃໝ່, ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວທີ່ຊຸກຍູ້ການສ້າງປະເທດຈີນທີ່ສວຍງາມຢ່າງຮອບດ້ານ, ທັງໄດ້ສະແດງໃຫ້ເຫັນເຖິງຫຼັກໝັ້ນອັນເດັດດ່ຽວທີ່ຈີນຕັ້ງໜ້າເຂົ້າຮ່ວມການຄຸ້ມຄອງສິ່ງແວດລ້ອມ ແລະ ດິນຟ້າອາກາດຂອງໂລກ, ກໍຄືການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ທ່ານວ່າງເວີນປິ່ນກ່າວເນັ້ນໜັກວ່າ, ໜ່ວຍໂລກແມ່ນບ້ານເມືອງຮ່ວມຂອງມວນມະນຸດ, ຕ້ອງການໃຫ້ປະເທດຕ່າງໆປົກປັກຮັກສາຮ່ວມກັນ. ຈີນປະຕິບັດຕາມແນວຄິດ “ປະຊາຄົມຮ່ວມຊີວິດລະຫວ່າງມະນຸດ ແລະ ທຳມະຊາດ” “ປະຊາຄົມຮ່ວມຊີວິດໜ່ວຍໂລກ”, ຍິນດີຮ່ວມກັບຝ່າຍຕ່າງໆຈັດຕັ້ງປະຕິບັດເປົ້າໝາຍແຫ່ງການປະກອບສ່ວນຂອງປະເທດຕົນຕາມທີ່ໄດ້ຕົກລົງໄວ້ນັ້ນຢ່າງໜັກແໜ້ນ, ຮ່ວມກັນສ້າງໂລກທີ່ສະອາດ ແລະ ສວຍງາມ.