ແຂວງຢຸນນານດຶງດູດວິສາຫະກິດ ແບດເຕີຣີພະລັງງານໃໝ່ 60 ກວ່າແຫ່ງ

2023-09-01 16:09:44
ມາຈາກ:

ຫວ່າງ​ມໍ່ໆ​ມາ​ນີ້, ພະ​ແນກ​ອຸດ​ສາ​ຫະ​ກຳ​ ແລະ​ ການ​ຫັນ​ເປັນຂໍ້​ມູນ​ຂ່າວ​ສານ​ແຂວງ​ຢຸ​ນນານ​ແຈ້ງ​ຂ່າວ​ໃຫ້​ຮູ້​ວ່າ: ນັບແຕ່​ປີ 2021 ເປັນ​ຕົ້ນ​ມາ, ແຂວງ​ຢຸນ​ນານ​ໄດ້​ເນັ້ນ​ໃສ່​ການ​ດຶງດູດ​ການ​ລົງ​ທຶນ​ຢ່າງແມ່ນຢໍາ​ຕາມ​ການ​ສ້າງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທີ່​ເຂັ້ມ​ແຂງ. ປັດ​ຈຸ​ບັນທົ່ວ​ແຂວງ​ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ​ແບດ​ເຕີ​ຣີ​ພະ​ລັງ​ງານ​ໃໝ່​ທັງ​ໝົດ 60 ກວ່າ​ແຫ່ງ, ​ມີ​ວິ​ສາ​ຫະ​ກິດ​ໃນ​ຕ່ອງ​ໂສ້ອຸດ​ສາ​ຫະ​ກຳ​ແບດ​ເຕີ​ຣີ​ພະ​ລັງ​ງານ​ສ້າງ​ສຳ​ເລັດ ແລະ ເລີ່ມ​ການ​ຜະ​ລິດ​ໄປ​ແລ້ວ 30 ກວ່າ​ແຫ່ງ.

ຕາມ​ຂ່າວ​ແຈ້ງວ່າ, ຫົກ​ເດືອນ​ຕົ້ນ​ປີ 2023, ​ມູນ​ຄ່າ​ການ​ຜະ​ລິດ​ໃນອຸດ​ສາ​ຫະ​ກຳ​ແບດ​ເຕີ​ຣີ​ພະ​ລັງ​ງານ​ໃໝ່​ຂອງ​ແຂວງ​ຢຸນ​ນານ​ໄດ້​ບັນ​ລຸ​ເຖິງ 16,277 ຕື້ຢວນ, ເພີ່ມ​ຂຶ້ນ 111,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໄດ້​ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ທີ່​ສູງກວ່າ 100% ເປັນ 12 ເດືອນ​ລຽນ​ຕິດ, ມູນ​ຄ່າ​ການ​ຜ​ະ​ລິດ​ໃນ​ໝົດ​ປີ​ອາດ​ຈະຫຼາຍກວ່າ 50 ຕື້ຢວນ.
ແຫຼ່ງຂ່າວ: ເວັບໄຊຂ່າວສານຈີນ, ໜັງສືພິມລາຍວັນຢຸນນານ

ແຂວງຢຸນນານດຶງດູດວິສາຫະກິດ ແບດເຕີຣີພະລັງງານໃໝ່ 60 ກວ່າແຫ່ງ