ຈີນ ແລະ ນີກາຣາກວາເຊັນສົນທິສັນຍາການຄ້າເສລີຢ່າງເປັນທາງການ
ຫວ່າງມໍ່ໆມານີ້, ທ່ານວາງເວີນທ່າວ ລັດຖະມົນຕີກະຊວງການຄ້າຈີນ ແລະ ທ່ານລາວຣີໂນ ໂອເຕກາ ມູຣີໂລ ທີ່ເປິກສາດ້ານການລົງທຶນ, ການຄ້າ ແລະ ການຮ່ວມມືສາກົນຂອງປະທານາທິບໍດີນີກາຣາກວາ ຕ່າງກໍໄດ້ຕາງໜ້າລັດຖະບານຈີນ-ນີກາຣາກວາເຊັນສົນທິສັນຍາວ່າດ້ວຍການຄ້າເສລີລະຫວ່າງສາທາລະນະລັດປະຊາຊົນຈີນ-ສາທາລະນະນີກາຣາກວາຢ່າງເປັນທາງການ ໂດຍຜ່ານຮູບແບບວິດີໂອ.ລັດຖະບານນີກາຣາກວາສະແດງຄວາມຊົມເຊີຍຕໍ່ການເຊັນສົນທິສັນຍາດັ່ງກ່າວ, ໂດຍເຫັນວ່ານີ້ແມ່ນໝາກຜົນຂອງສາຍພົວພັນດ້ານການເມືອງ ແລະ ເສດຖະກິດລະຫວ່າງສອງປະເທດຂະຫຍາຍລົງສູ່ລວງເລິກ, ຈະນຳເອົາໂອກາດການພັດທະນາຄັ້ງປະຫວັດສາດໃຫ້ແກ່ນີກາຣາກວາ.
ເຈົ້າໜ້າທີ່ລັດຖະບານນີກາຣາກວາກ່າວວ່າ, ຫຼັງຈາກເຊັນສົນທິສັນຍາດັ່ງກ່າວແລ້ວ, ບໍ່ພຽງແຕ່ລັດຖະບານທັງສອງປະເທດຈະເສີມຂະຫຍາຍບົດບາດເຂົ້າໃນການຊຸກຍູ້ການຄ້າດ້ານສິນຄ້າທີ່ຈັບຕ້ອງໄດ້ ແລະ ບໍລິການ, ພ້ອມທັງການລົງທຶນເທົ່ານັ້ນ, ຜູ້ຜະລິດ, ວົງການວິສາຫະກິດ ແລະ ນັກລົງທຶນຂອງສອງປະເທດກໍສາມາດເກາະແຂນຮ່ວມມືກັນເປັນຢ່າງດີກວ່າເກົ່າ. ການເຊັນສົນທິສັນຍາດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ: ການຮ່ວມມືກັບຈີນຈະສ້າງຜົນປະໂຫຍດອັນແທ້ຈິງ, ທັງຈະເປັນແບບຢ່າງດ້ານການຮ່ວມມືກັບຈີນໃຫ້ແກ່ທະວີບອາເມຣິກາກາງ ຈົນເຖິງປະເທດອາເມຣິກາ-ລາຕິນ.