ກອງປະຊຸມເວທີເປິກສາຫາລືຫົວຂໍ້ສະເພາະການບໍລິການດ້ານກິລາຂອງງານວາງສະແດງການຄ້າການບໍລິການສາກົນຈີນປີ 2023 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ
2023-09-04 18:33:33
ມາຈາກ:CRI
ກອງປະຊຸມເວທີເປິກສາຫາລືຫົວຂໍ້ສະເພາະການບໍລິການດ້ານກິລາຂອງງານວາງສະແດງການຄ້າການບໍລິການສາກົນຈີນປີ 2023 ຈັດຂຶ້ນຢູ່ເຂດສວນໂສກ່າງນະຄອນຫຼວງປັກກິ່ງໃນວັນທີ 2 ກັນຍານີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນ ແລະ ເປິກສາຫາລືກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການວາງຫົວຂໍ້ສະເພາະການບໍລິການດ້ານກິລາ, ການພັດທະນາອຸດສາຫະກຳກິລາຂອງຈີນ, ການເຊື່ອມຕໍ່ຊັບພະຍາກອນກິລາສາກົນ ແລະ ອື່ນໆ.
ເຂດວາງສະແດງຫົວຂໍ້ສະເພາະການບໍລິການດ້ານກິລາຕັ້ງຢູ່ຫໍວາງສະແດງເລກ 6 ແລະ ເລກ 7 ໃນເຂດສວນໂສກ່າງ, ມີເນື້ອທີ່ວາງສະແດງເຖິງ 13.200 ຕາແມັດ, ໄດ້ກວມເອົາຂົງເຂດການບໍລິໂພກດ້ານກິລາ, ກິລາອັດສະລິຍະ, ການອອກກຳລັງກາຍທົ່ວປວງຊົນ ແລະ ອື່ນໆ ເຊິ່ງມີຈຸດປະສົງເພື່ອຊຸກຍູ້ການເຊື່ອມຕໍ່ແລະການຮ່ວມມືດ້ານການຄ້າການບໍລິການກິລາ ພ້ອມທັງສ້າງເວທີແລກປ່ຽນດ້ານອຸດສາຫະກຳກິລາສາກົນ.