ງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2023 ເປີດຮັບຜູ້ເຂົ້າຊົມທົ່ວໄປເປັນມື້ທຳອິດ
2023-09-06 19:25:40
ມາຈາກ:CRI
ງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2023 ພວມຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ແລະ ໄດ້ເປີດຮັບຜູ້ເຂົ້າຊົມທົ່ວໄປເປັນມື້ທຳອິດໃນວັນທີ 4 ກັນຍານີ້. ພາຍໃນງານຈະຈັດກອງປະຊຸມເວທີເປິກສາຫາລືຫຼາຍສິບຄັ້ງ ແລະ ນຳສະເໜີຜົນງານຫຼາຍຢ່າງ. ຕາມຂ່າວແຈ້ງໃຫ້ຮູ້ວ່າ, ງານຕະຫຼາດນັດປີນີ້ເປີດຮັບຜູ້ເຂົ້າຊົມທົ່ວໄປລະຫວ່າງວັນທີ 4 ຫາ 6 ກັນຍານີ້.
ໃນສະຖານທີ່ນຳສະເໜີຜົນງານຂອງງານຕະຫຼາດນັດ, ມີວິສາຫະກິດ ແລະ ອົງການຈັດຕັ້ງ 17 ແຫ່ງໄດ້ນຳສະເໜີຜົນງານ 27 ລາຍການໃນວັນທີ 4 ກັນຍານີ້. ຜະລິດຕະພັນໃໝ່ ແລະ ເຕັກນິກໃໝ່ເຫຼົ່ານີ້ຍິ່ງໄດ້ເອົາໃຈໃສ່ລັກສະນະບໍລິການ. ນອກຈາກກອງປະຊຸມເວທີເປິກສາຫາລືແລ້ວ, ຕອນບາຍວັນທີ 4 ກັນຍານີ້, ຍັງໄດ້ຈັດງານພົບປະສັງສັນຫຼາຍຄັ້ງ ເຊິ່ງລວມທັງຂົງເຂດພະລັງງານ ແລະ ບຳບັດຟື້ນຟູສຸຂະພາບເປັນຕົ້ນ.