ໄຂງານວາງສະແດງການຄ້າການລົງທຶນດ້ານການພັດທະນາແບບສີຂຽວໂລກຄັ້ງທີ 6

2023-09-06 19:30:02
ມາຈາກ:CRI

ວັນທີ 5 ກັນຍານີ້, ງານວາງສະແດງການຄ້າການລົງທຶນດ້ານການພັດທະນາແບບສີຂຽວໂລກຄັ້ງທີ 6 ໄດ້ໄຂຂຶ້ນຢູ່ນະຄອນໜານຊ່າງ ເທດສະບານແຂວງຈ່ຽງຊີ່ປະເທດຈີນ. ເຕັກໂນໂລຊີໃໝ່ ແລະ ຜະລິດຕະພັນໃໝ່ຫຼາກຫຼາຍຊະນິດໃນຂົງເຂດການພັດທະນາແບບສີຂຽວພ້ອມກັນປາກົດຕົວຢູ່ໃນງານວາງສະແດງດັ່ງກ່າວ ໂດຍໄດ້ສະແດງໃຫ້ເຫັນເຖິງທ່ວງທ່າການດຳລົງຊີວິດໃນອະນາຄົດແບບອັດສະລິຍະ ແລະ ກາກບອນຕ່ຳ.

ງານວາງສະແດງດັ່ງກ່າວພາດຫົວຂໍ້ວ່າ: “ລົງເລິກການເປີດປະຕູສູ່ພາຍນອກ ແລະ ການຮ່ວມມື, ຊຸກຍູ້ການພັດທະນາແບບສີຂຽວ”, ເນື້ອທີ່ວາງສະແດງລວມທັງໝົດແມ່ນ 25.000 ຕາແມັດ, ວິສາຫະກິດທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ259 ແຫ່ງໄດ້ເຂົ້າຮ່ວມ ໂດຍວາງສະແດງເຕັກໂນໂລຊີໃໝ່ ແລະ ຜະລິດຕະພັນໃໝ່ຕ່າງໆທີ່ມາຈາກທົ່ວໂລກ.

ຕາມຂ່າວແຈ້ງວ່າ: ງານວາງສະແດງດັ່ງກ່າວໄດ້ເຊັນສັນຍາ 60 ໂຄງການ, ມີມູນຄ່າປະມານ 99,2 ຕື້ຢວນ. ແຂກຜູ້ມີກຽດ ແລະ ລູກຄ້າຫຼາຍກວ່າ 1.000 ທ່ານມາຈາກ 59 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກໄດ້ເຂົ້າຮ່ວມເວທີເປິກສາຫາລືຫົວຂໍ້ສະເພາະ ແລະ ກິດຈະກຳວາງສະແດງຕ່າງໆ.

ໄຂງານວາງສະແດງການຄ້າການລົງທຶນດ້ານການພັດທະນາແບບສີຂຽວໂລກຄັ້ງທີ 6