ກົມໃຫຍ່ດ່ານພາສີແຫ່ງ ສປ ຈີນ: ຢຸດຕິການນໍາເຂົ້າຜະລິດຕະພັນນໍ້າຂອງຍີ່ປຸ່ນຢ່າງສິ້ນເຊີງ

2023-09-06 19:37:32
ມາຈາກ:

ໃນວັນທີ 24 ສິນຫາຜ່ານມາ, ເວັບໄຊຂອງກົມໃຫຍ່ດ່ານພາສີ ສປ ຈີນໄດ້ເຜີຍແຜ່ “ປະກາດຂອງກົມໃຫຍ່ດ່ານພາສີ ສປ ຈີນສະບັບເລກທີ 103 ປີ 2023 ກ່ຽວກັບການຢຸດຕິການນຳເຂົ້າຜະລິດນໍ້າຂອງຍີ່ປຸ່ນຢ່າງສິ້ນເຊີງ” ວ່າ:

ເພື່ອປ້ອງກັນຄວາມສ່ຽງຈາກການປົນເປື້ອນມົນລະພິດທີ່ມີລັກສະນະກຳມັນຕະພາບລັງສີຕໍ່ອາຫານທາງນໍ້າທີ່ເກີດຈາກການລະບາຍນໍ້ານິວເຄຼຍຂອງຟຸກຸຊິມະປະເທດຍີ່ປຸ່ນລົງສູ່ທະເລຢ່າງຮອບດ້ານ, ປົກປັກຮັກສາສຸຂະພາບຂອງຜູ້ບໍລິໂພກຈີນ, ຮັບປະກັນຄວາມປອດໄພຂອງອາຫານນຳເຂົ້າ, ໂດຍອີງຕາມ “ກົດໝາຍວ່າດ້ວຍຄວາມປອດໄພທາງອາຫານຂອງ ສປ ຈີນ” ພ້ອມທັງລະບຽບກົດໝາຍທີ່ກ່ຽວຂ້ອງ, ອີງຕາມຂໍ້ກໍານົດທີ່ກ່ຽວຂ້ອງຂອງ “ສົນທິສັນຍາກ່ຽວກັບການປະຕິບັດມາດຕະການທາງສຸຂະພາບກັບມາດຕະການສຸຂະອະນາໄມພືດ” ຂອງ WTO, ກົມໃຫຍ່ດ່ານພາສີແຫ່ງ ສປ ຈີນຕົກລົງວ່າ ຈະຢຸດຕິການນໍາເຂົ້າຜະລິດຕະພັນນໍ້າທີ່ມີແຫຼ່ງກຳເນີດຈາກປະເທດຍີ່ປຸ່ນຢ່າງສິ້ນເຊີງນັບຕັ້ງແຕ່ວັນທີ 24ເປັນຕົ້ນໄປ(ລວມທັງສັດນໍ້າທີ່ບໍລິໂພກໄດ້).

ກົມໃຫຍ່ດ່ານພາສີແຫ່ງ ສປ ຈີນ: ຢຸດຕິການນໍາເຂົ້າຜະລິດຕະພັນນໍ້າຂອງຍີ່ປຸ່ນຢ່າງສິ້ນເຊີງ