ກິດຈະກຳການໂອນຍ້າຍການພັດທະນາອຸດສາຫະກຳປະເທດຈີນ(ຢຸນນານ) ປີ 2023 ມີຈໍານວນບໍລິສັດລົງທະບຽນຫຼາຍກວ່າ 1200 ແຫ່ງ
ກິດຈະກຳການໂອນຍ້າຍການພັດທະນາອຸດສາຫະກຳປະເທດຈີນ(ຢຸນນານ)ປີ 2023 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 2 - 4 ກັນຍາຜ່ານມາທີ່ນະຄອນຄຸນໝິງແຂວງຢຸນນານ. ມາຮອດປັດຈຸບັນ, ລວມມີບໍລິສັດຫ້າງຮ້ານຕ່າງໆສະໝັກລົງທະບຽນໄດ້ກາຍ 1200 ແຫ່ງແລ້ວ, ເຊິ່ງກ່ຽວພັນເຖິງອຸດສາຫະກໍາປະເພດຕ່າງໆເຊັ່ນ: ອາຫານແບບສີຂຽວ, ຢາຊີວະວິທະຍາ, ເອເລັກໂຕຣນິກພະລັງງານ, ພະລັງງານແບດເຕີຣີ, ວັດສະດຸໃໝ່ ແລະ ອຸດສາຫະກຳອື່ນໆ.
ກິດຈະກຳຄັ້ງນີ້ຈັດຂຶ້ນມາພາຍໃຕ້ຫົວຂໍ້ “ການປະສານງານເຂດແຄວ້ນ, ການເປີດກວ້າງການພັດທະນາ ແລະ ມີໄຊຊະນະຮ່ວມກັນໃນອະນາຄົດ”, ເພື່ອສຸມໃສ່ການສົ່ງເສີມບົດບາດຂອງຖານເວທີອັນສຳຄັນຂອງກິດຈະກຳການໂອນຍ້າຍການພັດທະນາອຸດສາຫະກຳ, ແລະ ລົງເລິກການຮ່ວມມືໃນພາກພື້ນ, ໂດຍສົມທົບກັບທ່າແຮງຄວາມໄດ້ປຽບໂດຍທຽບຖານຂອງພື້ນຖານອຸດສາຫະກຳແຂວງຢຸນນານ, ສຸມໃສ່ການເຊື່ອມໂຍງການສ້າງຕ່ອງໂສ້ອຸດສາຫະກຳທີ່ມີທ່າແຮງ, ການຂະຫຍາຍຕ່ອງໂສ້ອຸດສາຫະກຳທີ່ມີທ່າແຮງ, ການຍົກສູງຕ່ອງໂສ້ອຸດສາຫະກຳແບບດັ້ງເດີມ, ການກໍ່ສ້າງຕ່ອງໂສ້ອຸດສາຫະກຳທີ່ເກີດມາໃໝ່, ເພື່ອຊຸກຍູ້ການປະດິດສ້າງລະບົບນິເວດຕ່ອງໂສ້ອຸປະທານ ແລະ ຕ່ອງໂສ້ອຸດສາຫະກຳ, ສົ່ງເສີມການກໍ່ສ້າງແຂວງຢຸນນານທີ່ມີອຸດສາຫະກຳອັນແຂງແຮງ ແລະ ບັນລຸການພັດທະນາທີ່ມີຄຸນນະພາບສູງແບບກ້າວກະໂດດ.
ໂດຍສົມທົບກັບສະພາບຄວາມເປັນຈິງຂອງແຂວງຢຸນນານ, ກິດຈະກຳຄັ້ງນີ້ໄດ້ຈັດແຈງມີກິດຈະກຳທີ່ເປັນລະບົບແບບ “1+7+2”, ໝາຍເຖິງກິດຈະກຳສັງລວມມີ 1 ຄັ້ງ, ກິດຈະກຳເປັນຫົວຂໍ້ມີ 7 ຫົວຂໍ້ ຄອບຄຸມ 18 ຄັ້ງ, ກິດຈະກໍາເປີດກວ້າງມີ 2 ຄັ້ງ.