ການຮຽນຄັ້ງທຳອິດຂອງການເປີດສົກຮຽນໃໝ່

2023-09-06 19:50:10
ມາຈາກ:

ວັນທີ 1 ກັນຍາຜ່ານມາ, ແຕ່ລະໂຮງຮຽນປະຖົມຂອງແຂວງຢຸນນານໄດ້ຕ້ອນຮັບການເປີດສົກຮຽນໃໝ່ ປີ 2023-2024. ໃນຕອນເລີ່ມຕົ້ນຂອງສົກຮຽນໃໝ່, ໂຮງຮຽນຢຸນເສິງທີ່ຕັ້ງຢູ່ນະຄອນຄຸນໝິງໄດ້ຈັດຂຶ້ນ “ຫ້ອງຮຽນທຳອິດຂອງສົກຮຽນໃໝ່”, ໂດຍພາຍໃຕ້ຫົວຂໍ້ “ຮ່ວມກັນກໍ່ສ້າງໂຮງຮຽນສີຂຽວທີ່ບໍ່ມີຂີ້ເຫຍື້ອແຂ່ງຂັນກາຍເປັນທູດປະຢັດພະລັງງານ” ແລະ ຜ່ານກິດຈະກໍາການເຜີຍແຜ່ຄວາມຮູ້ການຈັດແບ່ງປະເພດຂີ້ເຫຍື້ອ, ການຈັດຕັ້ງການຢ້ຽມຢາມພື້ນທີ່ສາທິດໂຄສະນາເຜີຍແຜ່ຄວາມຮູ້ວິທະຍາສາດຂອງຊີວະນານາພັນ ເປັນຕົ້ນ, ເຊິ່ງໄດ້ສິດສອນ “ການຮຽນຄັ້ງທຳອິດຂອງສົກຮຽນໃໝ່” ອັນມີຊີວິດຊີວາແກ່ພວກເດັກນ້ອຍ ແລະ ໄດ້ປູກເມັດພັນແຫ່ງອາລະຍະທໍາທາງນິເວດໄວ້ໃນໃຈຂອງພວກເດັກນ້ອຍ.

ການຮຽນຄັ້ງທຳອິດຂອງການເປີດສົກຮຽນໃໝ່