ແຂວງຢຸນນານສຸມໃສ່ການພັດທະນາ ອຸດສາຫະກຳຢາຊີວະວິທະຍາຄຸນນະພາບສູງ

2023-09-07 18:40:40
ມາຈາກ:

ກິດຈະກຳການໂອນຍ້າຍ ແລະ ການພັດທະນາອຸດສາຫະກຳປະເທດຈີນປີ 2023 ໄດ້ຈັດຂຶ້ນລະຫວ່າງວັນທີ 2 - 4 ກັນຍາຜ່ານມາ ທີ່ແຂວງຢຸນນານ.

ແຂວງຢຸນານມີນາມມະຍົດທີ່ເປັນ “ຄັງສາງຢາວິທະຍາ” ແລະ “ຄັງສາງຂອງແຊນຊີວະວິທະຍາ”, ເຊິ່ງເປັນໜຶ່ງໃນແຂວງທີ່ມີຊັບພະຍາກອນຊີວະພາບ ຢາທໍາມະຊາດ ແລະ ຊັບພະຍາກອນຢາພື້ນເມືອງຂອງຊົນເຜົ່າອັນອຸດົມສົມບູນທີ່ສຸດຂອງປະເທດຈີນ. ຊຸມປີຜ່ານມານີ້, ອຸດສາຫະກຳຢາຊີວະວິທະຍາໄດ້ກາຍເປັນອຸດສາຫະກຳທີ່ເກີດໃໝ່ເຊິງຍຸດທະສາດລະດັບລ້ານຕື້ຂຶ້ນໄປຂອງແຂວງຢຸນນານທີ່ສຸມໃສ່ຕໍ່ການບຳລຸງສ້າງເປັນສຳຄັນ ໂດຍພາຍໃຕ້ການສະໜັບສະໜູນອັນແຂງແຮງຈາກນະໂຍບາຍຂອງປະເທດຊາດ.

ບໍລິສັດເຕັກນິກຊີວະພາບຄາງເລີເວີຍຊື້(Kangleweishi, ຄຸນໝິງ)ເປັນວິສາຫະກິດຢາວິທະຍາແຫ່ງໜຶ່ງທີ່ຕັ້ງຢູ່ເຂດໃໝ່ຕ່ຽນຈົ່ງຢຸນນານ, ວຽກງານຕົ້ນຕໍແມ່ນຜະລິດວັກຊິນ HPV ທີ່ເປັນວັກຊິນປ້ອງກັນມະເຣັງປາກມົດລູກຂອງແມ່ຍິງ. ຈ່າງຣຸ້ຍສາ ຮອງຜູ້ອຳນວຍການຂອງວິສາຫະກິດແນະນຳໃຫ້ຮູ້ວ່າ:“ ສາເຫດທີ່ພວກເຮົາຕັ້ງຖິ່ນຖານການຜະລິດຢູ່ຢຸນນານ ກໍຄື ມັນມີພື້ນຖານຈຳນວນໜຶ່ງດ້ານອຸດສາຫະກຳວັກຊິນ, ເຊິ່ງເອື້ອອໍານວຍຕໍ່ການສ້າງເປັນກຸ່ມອຸດສາຫະກຳ. ນອກຈາກນີ້ແລ້ວ, ການສະໜັບສະໜູນດ້ານນະໂຍບາຍທີ່ແຂງແກ່ງກໍເປັນໜຶ່ງໃນສິ່ງດຶງດູດພວກເຮົາຄືກັນ.”

ໃນປີ 2022, ມູນຄ່າອຸດສາຫະກຳວັກຊິນແຂວງຢຸນນານໄດ້ບັນລຸເຖິງ 11 ຕື້ຢວນ. ແຂວງຢຸນນານມີແຜນການວ່າຈະໃຫ້ເສດຖະກິດຕ່ອງໂສ້ອຸດສາຫະກຳວັກຊິນບຸກທະລຸ ເຖິງຕົວເລກ 60 ຕື້ຢວນເມື່ອຮອດປີ 2025, ແລະ ປະດິດສ້າງພື້ນທີ່ອຸດສາຫະກຳວັກຊິນທີ່ອວ່າຍໜ້າສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ເພື່ອສົ່ງເສີມຜົນປະໂຫຍດຂອງການພັດທະນາອຸດສາຫະກໍາຂະຫຍາຍໄປເຖິງປະເທດເພື່ອນບ້ານອ້ອມຂ້າງ.

ບໍລິສັດຊີວະພາບທຽນຖານ(Tiantan) ເປັນບໍລິສັດຜະລິດຕະພັນເລືອດທີ່ໃຫຍ່ທີ່ສຸດຂອງປະເທດຈີນ. ໃນປີ 2019, ບໍລິສັດນີ້ໄດ້ຍົກຍ້າຍລັດວິສາຫະກິດກຸ່ມບໍລິສັດຜະລິດຕະພັນເລືອດຊຽງໄຮ (Sinopharm Group Shanghai Blood Products Co Ltd) ທີ່ຂຶ້ນກັບຕົນເອງມາເຖິງເຂດໃໝ່ຕ່ຽນຈົ່ງຢຸນນານ. ທ່ານ ຈ່າງລຽງ ທີ່ເປັນຜູ້ຊ່ວຍຂອງຜູ້ອຳນວຍການໃຫຍ່ຂອງບໍລິສັດສະແດງຄວາມຄິດເຫັນວ່າ, ແຂວງຢຸນນານມີທ່າແຮງດ້ານທີ່ຕັ້ງອັນພິເສດ, ພ້ອມກັບບໍລິເວນການພັດທະນາອັນກວ້າງຂວາງ.

ໃນອະນາຄົດ, ແຂວງຢຸນນານຈະສຸມໃສ່ຕໍ່ສາມຂົງເຂດອັນສຳຄັນ ຄື: ຢາເຕັກນິກຊີວະພາບ, ຢາຈີນພື້ນເມືອງທັນສະໄໝ ແລະ ຜະລິດຕະພັນບຳລຸງສຸຂະພາບ, ປະດິດສ້າງພື້ນທີ່ການຜະລິດຄົ້ນຄວ້າຢາຈີນພື້ນເມືອງທັນສະໄໝ ແລະ ວັກຊິນຊີວະພາບຊັ້ນໜຶ່ງພາຍໃນປະເທດຈີນ, ປະດິດສ້າງພື້ນທີ່ວັດຖຸດິບຂອງຜະລິດຕະພັນບຳລຸງສຸຂະພາບ ແລະ ຢາທຳມະຊາດທີ່ມີຄຸນນະພາບສູງທີ່ສຸດຂອງຈີນ, ປະດິດສ້າງພື້ນທີ່ຢາຊີວະພາບການຄ້າທີ່ອວ່າຍໜ້າສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ເພື່ອບັນລຸການພັດທະນາອັນມີຄຸນນະພາບສູງຂອງອຸດສາຫະກຳຢາຊີວະພາບຂອງແຂວງຢຸນນານ.

ແຂວງຢຸນນານສຸມໃສ່ການພັດທະນາ ອຸດສາຫະກຳຢາຊີວະວິທະຍາຄຸນນະພາບສູງ