ເອກອັກຄະລັດຖະທູດຈີນ, ໄທ ແລະ ລາວ ປະຈໍາມຽນມາ ໄດ້ປະສານງານໃນການປາບປາມຕ້ານການພະນັນ ແລະ ການສໍ້ໂກງ
ຫວ່າງມໍ່ໆມານີ້, ເອກອັກຄະລັດຖະທູດຈີນປະຈຳມຽນມາ ທ່ານ ເສີນໄຮໄດ້ພົບປະກັບເອກອັກຄະລັດຖະທູດໄທປະຈຳມຽນມາ ທ່ານ ມົງຄົນ ວິສິດສະຕຳ (Mr Mongkol Viststump) ແລະ ເອກອັກຄະລັດຖະທູດລາວປະຈໍາມຽນມາ ທ່ານ ເຮືອງແສງ ຄຳດາລາວົງ(Mr. Heuangseng Khamdalavong), ເພື່ອປະສານງານໃນການຮ່ວມມືການຕໍ່ສູ້ສະກັດກັ້ນ-ປາບປາມອາດຊະຍາກໍາການພະນັນ ແລະ ການສໍ້ໂກງຂອງຂົງເຂດນີ້.
ທັງສາມຝ່າຍມີຄວາມຄິດເຫັນເປັນເອກະພາບວ່າ, ໃນປັດຈຸບັນ ຂົງເຂດນີ້ມີບັນຫາການພະນັນ ແລະ ການສໍ້ໂກງອັນຮ້າຍແຮງ, ມັນໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງຕໍ່ຄວາມປອດໄພທາງຊີວິດ ແລະ ທາງຊັບສິນຂອງປະຊາຊົນພາຍໃນຂົງເຂດທີ່ລວມມີທັງປະເທດຈີນ, ໄທ ແລະ ລາວ, ສະຖານທູດທັງສາມຝ່າຍທີ່ປະຈຳໃນມຽນມາໃຫ້ຄວາມສົນໃຈຕໍ່ບັນຫາດັ່ງກ່າວນີ້ຢ່າງໃກ້ຊິດ, ແລະ ສືບຕໍ່ດຳເນີນວຽກງານເພື່ອຕອບສະໜອງສຳລັບການຂໍຄວາມຊ່ວຍເຫຼືອ ແລະ ການຮ້ອງຂໍອື່ນໆ, ສະຖານທູດສາມຝ່າຍປະສານຢ່າງເຕັມທີ່ກັບຝ່າຍມຽນມາໃນການປະຕິບັດການສືບສວນການກອບກູ້, ພ້ອມທັງປະສານສົມທົບ ແລະ ຊ່ວຍເຫຼືອຝ່າຍມຽນມາເພີ່ມທະວີຄວາມແຂງແຮງໃນການຕໍ່ຕ້ານກຸ່ມບໍລິສັດການພະນັນ ແລະ ການສໍ້ໂກງ.
ສາມຝ່າຍໄດ້ເນັ້ນໜັກວ່າ, ໃນປັດຈຸບັນ ຕຳຫຼວດຂອງສີ່ຝ່າຍກໍຄືຈີນ, ໄທ, ມຽນມາ ແລະ ລາວໄດ້ຈັດຕັ້ງກອງປະຊຸມຢູ່ຊຽງໃໝ່ປະເທດໄທ, ໄດ້ມີຄວາມຕົກລົງເປັນເອກະພາບໃນການຮ່ວມມືການປາບປາມອາດຊະຍາກໍາສະເພາະໃນດ້ານການຕໍ່ຕ້ານການສໍ້ໂກງທາງໂທລະຄົມມະນາຄົມ ແລະ ການພະນັນທາງອິນເຕີເນັດພາຍໃນຂົງເຂດ, ພ້ອມທັງການຄ້າມະນຸດ, ການລັກພາຕົວ, ການກັກຂັງແບບຜິດກົດໝາຍ ແລະ ດ້ານອື່ນໆ. ສະຖານທູດສາມປະເທດທີ່ປະຈຳມຽນມາຈະເພີ່ມທະວີການປະສານງານໃຫ້ເຂັ້ມແຂງ, ສະໜັບສະໜູນຝ່າຍມຽນມາປະຕິບັດຂໍ້ຕົກລົງທີ່ກ່ຽວຂ້ອງໃຫ້ເປັນຈິງກັບອົງການທີ່ກ່ຽວຂ້ອງຂອງສາມປະເທດ, ປະຕິບັດຂະບວນການຕໍ່ຕ້ານ, ຫັນປ່ຽນທ່າອຽງອາດຊະຍາກໍາກ່ຽວຂ້ອງທີ່ເກີດຂຶ້ນເລື້ອຍໆຢ່າງເດັດດ່ຽວ