ອຸດສາຫະກໍາຖ່ານໄຟທີ່ເຮັດດ້ວຍພະລັງງານໃໝ່ຂອງແຂວງຢຸນນານ ມີທ່ວງທ່າການພັດທະນາອັນແຂງແຮງ
ພາຍໃຕ້ຂະບວນການບັນລຸຄາດໝາຍປອດການປ່ອຍກາກບອນ, ພະລັງງານໃໝ່ໄດ້ເຂົ້າສູ່ໄລຍະ 10 ປີ ຂອງການວາງແຜນ ແລະ ໄລຍະແຫ່ງການແຂ່ງຂັນຂອງທົ່ວໂລກ.
ຍອດມູນຄ່າການຜະລິດຂອງອຸດສາຫະກໍາຖ່ານໄຟດ້ວຍພະລັງງານໃໝ່ຂະໜາດໃຫຍ່ຂອງແຂວງຢຸນ ນານ ໃນປີ 2022 ບັນລຸໄດ້ເຖິງ 31,9 ຕື້ຢວນ, ເພີ່ມຂຶ້ນ 406,5% ເມື່ອທຽບໃສ່ຍອດມູນຄ່າການຜະລິດຈຳນວນມູນຄ່າ 6,3 ຕື້ຢວນຂອງ ປີ 2021. ໃນໄລຍະ 6 ເດືອນຕົ້ນປີນີ້, ໄດ້ບັນລຸຍອດມູນຄ່າການຜະລິດ 16,27 ຕື້ຢວນ, ເພີ່ມຂຶ້ນ 111,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຊຶ່ງຍັງສືບຕໍ່ຄົງຕົວຢູ່ອັດຕາການເພີ່ມຂຶ້ນ 100% ຂຶ້ນໄປ ເປັນເວລາ 12 ເດືອນລຽນຕິດ.
ໃນງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 7 ທີ່ຫາກໍ່ປິດລົງນັ້ນ, ຫໍວາງສະແດງອຸດສາຫະກໍາການຜະລິດທັນສະໄໝ ທີ່ມີເນື້ອທີ່ທັງໝົດ 4.000 ຕາແມັດ ໄດ້ມີວິສາຫະກິດຜະລິດຖ່ານໄຟດ້ວຍພະລັງງານໃໝ່ ໄດ້ທະຍອຍກັນເປີດຕົວໃນງານ. ມາຮອດປັດຈະບັນນີ້, ແຂວງຢຸນນານໄດ້ດຶງດູດວິສາຫະກິດຖ່ານໄຟດ້ວຍພະລັງງານໃໝ່ 60 ກວ່າແຫ່ງມາຕັ້ງຫຼັກປັກຖານ, ໃນນັ້ນ ມີວິສາຫະກິດນໍາໜ້າຈຳນວນ 20 ກວ່າແຫ່ງ.
ໄປຄຽງຄູ່ກັບຂະໜາດຂອງອຸດສາຫະກໍາທີ່ໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ແຂວງຢຸນນານໄດ້ສ້າງຕ່ອງໂສ້ອຸດສາຫະກໍາຄົບວົງຈອນທີ່ສົມບູນສົມຄວນຢ່າງເປັນຮູບເປັນຮ່າງຂຶ້ນ. ປັດຈຸບັນນີ້ ແຂວງຢຸນນານກໍາລັງປິ່ນອ້ອມ ຕ່ອງໂສ້ອຸດສາຫະກໍາ ຂຸກຍູ້ການຂະຫຍາຍທຸລະກິດ ໃນດ້ານ “ຊັບພະຍາກອນ, ວັດສະດຸ, ຊິບໄຟຟ້າ, ຖ່ານໄຟ, ການນໍາໃຊ້, ການເກັບຄືນໃຊ້ຄືນ” ໃຫ້ຂະຫຍາຍກວ້າງອອກ ແລະ ເຕີບໃຫຍ່ຂຶ້ນ, ເພື່ອສ້າງເປັນກຸ່ມອຸດສາຫະກໍາຖ່ານໄຟດ້ວຍພະລັງງງານໃໝ່ທີ່ມີເອກະລັກ ແລະ ຄວາມພົ້ນເດັ່ນຂອງຕົນເອງ.
ແຫຼ່ງຂ່່າວ: ໜັງສືພິມລາຍວັນຢຸນນານ ນັກຂ່າວ: Hu Xiaorong