ແຂວງຢຸນນານ ສ້າງ “ຫຸບເຂົາອາລຸຍມີນຽມແບບສີຂຽວ” ແລະ “ເມືອງອຸດສາຫະກຳແຫ່ງການຜະ​ລິດໄຟຟ້າດ້ວຍແສງຕາເວັນ”

2023-09-07 18:59:27
ມາຈາກ:

​ກິດຈະກໍາການການໂອນຍ້າຍ ແລະ ການພັດທະນາອຸດສາຫະກໍາຈີນ (ຢຸນນານ) 2023 ໄດ້ຈັດຂຶ້ນລະຫວ່າງ ວັນທີ 2 ຫາ ວັນທີ 4 ກັນຍາຜ່ານມາ. ຫວ່າງມໍ່ໆນີ້, ນັກຂ່າວໄດ້ໄປຮອດນະຄອນຊີຈິ້ນ (Qujing), ກິ່ງແຂວງເວີນຊານ (Wenshan), ກິ່ງແຂວງຫົງເຫີ (Honghe) ແລະ ສະຖານທີ່ຕ່າງໆ ເພື່ອໄປຢ້ຽມຢາມເຂດການຜະລິດອາລຸຍມີນຽມ ແລະ​ຊີລີຄອນ.

ປີ 2021, ແຂວງຢຸນນານໄດ້ສະເໜີແຜນການສ້າງ “ຫຸບເຂົາອາລຸຍມີນຽມແບບສີຂຽວຂອງຈີນ” . ເດືອນມິຖຸນາ 2022 ແຂວງຢຸນນານໄດ້ກໍ່ສ້າງໂຄງການພະລັງງານນໍ້າຕົກໄຟຟ້າອາລຸຍມີນຽມງວດໜຶ່ງ ຢູ່ນະຄອນເວີນຊານ, ນະຄອນຈາວທົງ (Zhaotong), ນະຄອນຊີຈິ້ນ, ກິ່ງແຂວງຫົງເຫີ, ນະຄອນຄຸນໝິງ ແລະ ສະຖານທີ່ຕ່າງໆ, ຊຶ່ງໄດ້ດຶງດູດບໍລິສັດ ເຊັ່ນ: ກຸ່ມບໍລິສັດອາລຸຍມີນຽມຈີນ, ບໍລິສັດຊີຢາ ເສສວນ, ບໍລິສັດ SUNHO ເຫີນານ ເຂົ້າມາຕັ້ງຫຼັກປັກຖານ.

ທ່ານ Miao Yongbo ຮອງຜູ້ອໍານວນການໃຫຍ່ ບໍລິສັດຫົງໄທ ຢຸນນານ ທີ່ ຕັ້ງບໍລິສັດຢູ່ນິຄົມອຸດສາຫະກໍາກວນຊານ ກ່າວວ່າ: ຄວາມຮຽກຮ້ອງຕ້ອງການດ້ານການພັດທະນາລະຫວ່າງວິສາຫະກິດ ກັບ ແຂວງຢຸນນານ ແມ່ນຕາບຈູນເຊິ່ງກັນແລະກັນ, ຊຶ່ງໄດ້ສະໜອງຄວາມເປັນໄປໄດ້ຂອງຂົງເຂດການຮ່ວມມືພາຍໃນເຂດ.

ທ່ານ Ma Yunlu ຜູ້ອໍານວຍການໃຫຍ່ ບໍລິສັດນະວັດຕະກໍາໃໝ່ການຜະລິດໂລຫະຄໍາປະສົມ (alloy) ຮຸ້ນສ່ວນ ຢຸນນານ ທີ່ຫາກໍ່ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ກ່າວວ່າ: ຜະລິດຕະພັນອາລຸຍມີນຽມ ໄດ້ຖືກນໍາໃຊ້ເຂົ້າໃນຂະແໜງການຕ່າງໆນັບມື້ນັບກວ້າງຂວາງຂຶ້ນ, ພວກເຮົາຈະຈັບໂອກາດການພັດທະນາ ຂອງ ແຂວງຢຸນນານທີ່ກໍາລັງກໍ່ສ້າງ ສູນແຜ່ລັດສະໝີອວ່າຍໜ້າໄປສູ່ອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ຂອງຈີນ, ເພື່ອບຸກເບີກໄດ້ຕະຫຼາດທີ່ໃຫຍ່ກວ່າເກົ່າ ແລະ ບັນລຸການພັດທະນາທີ່ໃຫຍ່ກວ່າເກົ່າ.

ພ້ອມດຽວກັນນັ້ນ, ອຸດສາຫະກຳຜະລິດໄຟຟ້າດ້ວຍແສງຕາເວັນ (photovoltaic)ຂອງແຂວງຢຸນນານໄດ້ກ້າວເຂົ້າສູ່ “ໄລຍະ 100 ຕື້”

ປີ 2016, ບໍລິສັດ LONGI ຊຶ່ງເປັນບໍລິສັດຫຼັກແຫຼ່ງໃນຂະແໜງອຸດສາຫະກຳການຜະລິດໄຟຟ້າດ້ວຍແສງຕາເວັນ ໄດ້ຮ່ວມມືກັບ ແຂວງຢຸນນານ ກໍ່ສ້າງ ກຸ່ມອຸດສາຫະກຳຜະລິດໄຟຟ້າດ້ວຍແສງຕາເວັນ. ມາຮອດປັດຈຸບັນ, ບໍລິສັດ LONGI ໄດ້ດໍາເນີນການລົງທຶນອຸດສາຫະກໍາການຜະລິດໄຟຟ້າດ້ວຍແສງຕາເວັນໂດຍອາໄສອາລຸຍມີນຽມຢູ່ ນະຄອນລີ້ຈ່ຽງ (Lijiang), ນະຄອນປາວຊານ (Baoshan), ນະຄອນຊູຊົງ (Chuxiong), ນະຄອນຊີຈິ້ນ ແລະ ສະຖານທີ່ຕ່າງໆ, ແຂວງຢຸນນານກໍໄດ້ກາຍເປັນຖານການຜະລິດແທ່ງຊີລີຄອນ ແລະ ແຜ່ນຊີລີຄອນທີ່ໃຫຍ່ທີ່ສຸດຂອງບໍລິສັດ LONGI ໃນຂອບເຂດທົ່ວໂລກ.

ປີ 2022, ແຂວງຢຸນນານໄດ້ກໍານົດ ເປົ້າໝາຍສ້າງເປັນເມືອງແຫ່ງພະລັງງານແສງຕາເວັນຈີນ , ໂດຍໄດ້ກໍານົດນະໂຍບາຍສະບັບສະໜູນຈຳນວນໜຶ່ງ ເຊັ່ນການສະໜັບສະໜູນຂະຫຍາຍໂຄງການຕ່ອງໂສ້ ເຖິງ ການສ້າງຕ່ອງໂສ້ໃຫ້ແຂງແຮງ, ແລະ ບຸກເບີີກຕະຫຼາດສາກົນເປັນຕົ້ນ . ໃນປີດຽວກັນ, ຍອດມູນຄ່າການຜະລິດຕ່ອງໂສ້ອຸດສາຫະກໍາຜະລິດພະລັງງານແສງຕາເວັນ ມີມູນຄ່າເຖິງ 107,3 ຕື້ຢວນ ແລະໄດ້ກ້າວກະໂດດເປັນອຸດສາຫະກໍາ ​100 ຕື້ຢວນ.

ປັດຈຸບັນ, ພະລັງງານສະອາດແສງຕາເວັນໂຊລາເຊວ ຂອງແຂວງຢຸນນານໄດ້ສ້າງຜົນປະໂຫຍດຕໍ່ປະເທດອ້ອມຂ້າງ. ໃນໄລຍະແຕ່ປີ 2004 ຫາ ປີ 2022, ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານສາກົນ (CSG-YNIC) ກັບ ຫວຽດນາມ, ລາວ, ມຽນມາ ແລະ ປະເທດອ້ອມຂ້າງອື່ນໆ ໄດ້ສຳເລັດການຮ່ວມມືໃນການຊື້ຂາຍໄຟຟ້າຂ້າມແດນ ທັງໝົດລວມ 65,5 ຕື້ kWh, ໃນນັ້ນອັດຕາພະລັງງານສະອາດກວມເອົາຫຼາຍກວ່າ 90%, ຊຶ່ງໄດ້ເປັນການຊຸກຍູ້ໃຫ້ແກ່ການປັບປຸງຈັດສັນພະລັງງານສະອາດຂ້າມຂົງເຂດດີຂຶ້ນ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ

ແຂວງຢຸນນານ ສ້າງ “ຫຸບເຂົາອາລຸຍມີນຽມແບບສີຂຽວ” ແລະ “ເມືອງອຸດສາຫະກຳແຫ່ງການຜະ​ລິດໄຟຟ້າດ້ວຍແສງຕາເວັນ”