ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມນັກຂ່າວກ່ຽວກັບອາເມຣິກາຕຳໜິວິຈານປະເທດຈີນຢ່າງໄຮ້ເຫດຜົນໃນກອງປະຊຸມສຸດຍອດອາຊີຕາເວັນອອກ

2023-09-08 18:21:06
ມາຈາກ:CRI

ວັນທີ 7 ກັນຍາ 2023, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບອາເມຣິກາຕຳໜິວິຈານປະເທດຈີນຢ່າງໄຮ້ເຫດຜົນໃນກອງປະຊຸມສຸດຍອດອາຊີຕາເວັນອອກ.

ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຜູ້ຕາງໜ້າອາເມຣິກາຕຳໜິວິຈານປະເທດຈີນກ່ຽວກັບບັນຫາໄຕ້ຫວັນ ແລະ ບັນຫາທະເລຈີນໃຕ້ຢ່າງໄຮ້ເຫດຜົນ, ຈີນເດັດດ່ຽວຄັດຄ້ານ ແລະ ບໍ່ຮັບຮອງຢ່າງເດັດຂາດ, ຈີນໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາແລ້ວ. ບັນຫາໄຕ້ຫວັນເປັນວຽກງານພາຍໃນຂອງປະເທດຈີນ, ບໍ່ສາມາດຮັບຮອງການແຊກແຊງແຕ່ຢ່າງໃດຈາກພາຍນອກໄດ້, ຈີນເຕືອນໃຫ້ອາເມຣິກາຍຸດຕິສວຍໃຊ້ບັນຫາໄຕ້ຫວັນແຊກແຊງວຽກງານພາຍໃນຂອງຈີນ, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນດ້ວຍການກະທຳຢ່າງແທ້ຈິງ.

ພ້ອມກັນນັ້ນ, ນັບແຕ່ໃດມາ, ຈີນຄັດຄ້ານປະເທດນອກພາກພື້ນສ້າງຄວາມວຸ້ນວາຍ, ກໍ່ການເປັນປໍລະປັກກັນຢູ່ທະເລຈີນໃຕ້, ທຳລາຍສັນຕິພາບແລະສະຖຽນລະພາບຂອງພາກພື້ນ. ຈີນ ແລະ ປະເທດສະມາຊິກອາຊຽນພວມຕັ້ງໜ້າຊຸກຍູ້ການເປິກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”. ປະເທດນອກພາກພື້ນຄວນເຄົາລົບນັບຖືຄວາມພະຍາຍາມຂອງປະເທດທີ່ກ່ຽວຂ້ອງເພື່ອເປິກສາຫາລືຫຼັກການຢູ່ທະເລຈີນໃຕ້, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້.

ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມນັກຂ່າວກ່ຽວກັບອາເມຣິກາຕຳໜິວິຈານປະເທດຈີນຢ່າງໄຮ້ເຫດຜົນໃນກອງປະຊຸມສຸດຍອດອາຊີຕາເວັນອອກ