ຈີນສ້າງກົນໄກຮ່ວມມືດ້ານທຸລະກິດເອເລັກໂຕຣນິກລະຫວ່າງສອງຝ່າຍກັບ 29 ປະເທດ

2023-09-08 18:23:05
ມາຈາກ:CRI

ວັນທີ 7 ກັນຍານີ້, ທ່ານເຫີຢ້າຕົ່ງ ໂຄສົກກະຊວງການຄ້າຈີນກ່າວວ່າ: ຈີນໄດ້ຕັ້ງໜ້າບຸກເບີກ ແລະ ລົງເລິກການຮ່ວມມືສາກົນ ກ່ຽວກັບ “ທຸລະກິດເອກເລັກໂຕຣນິກເສັ້ນທາງສາຍໄໝ”, ໄດ້ ສ້າງກົນໄກຮ່ວມມືດ້ານທຸລະກິດເອເລັກໂຕຣນິກລະຫວ່າງສອງຝ່າຍກັບ 29 ປະເທດ, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການລົງທຶນດ້ານເສດຖະກິດດີຈີຕອນກັບ 18 ປະເທດ ແລະ ວິສາຫະກິດດີຈີຕອນງວດທຳອິດຂອງຈີນຈະໄປດຳເນີນທຸລະກິດຢູ່ຕ່າງປະເທດ. ປັດຈຸບັນ, ຈີນໄດ້ເຊັນສັນຍາການຄ້າເສລີ 21 ສະບັບແລ້ວ, ໃນນັ້ນ, ມີ 10 ສະບັບໄດ້ຈັດໃຫ້ມີໝວດທຸລະກິດເອເລັກໂຕຣນິກ ຫຼື ເສດຖະກິດດີຈີຕອນເປັນການສະເພາະ.

ທ່ານເຫີຢ້າຕົ່ງກ່າວຕື່ມວ່າ, ຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນຂົງເຂດການຄ້າດີຈີຕອນກັບພາກສ່ວນເສດຖະກິດການຄ້າຂອງ 5 ປະເທດອາຊີກາງ. ປີ 2022 ຜ່ານມາ, ຍອດມູນຄ່າຂາເຂົ້າ-ຂາອອກດ້ານການບໍລິການແບບດີຈີຕອນຂອງຈີນໄດ້ບັນລຸເຖິງ 372,7 ຕື້ໂດລາ, ເພີ່ມຂຶ້ນ 3,4% ເມື່ອທຽບໃສ່ປີ 2021 ແລະ ເປັນອັນດັບ 5 ຂອງໂລກ.

ຈີນສ້າງກົນໄກຮ່ວມມືດ້ານທຸລະກິດເອເລັກໂຕຣນິກລະຫວ່າງສອງຝ່າຍກັບ 29 ປະເທດ