ອຸດສາຫະກໍາຜະລິດໄຟຟ້າດ້ວຍແສງຕາເວັນແຂວງຢຸນນານ ມີມູນຄ່າເຖິງ 100 ຕື້ຢວນ

2023-09-08 18:25:51
ມາຈາກ:

ພະ​ແນກ​ພະ​ລັງ​ງານ​ແຂວງ​ຢຸນ​ນານ​ແຈ້ງ​ຂ່າວ​ໃຫ້​ຮູ້​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ແຂວງ​ຢຸນ​ນານ​ໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ 100.000 ກິ​ໂລ​ວັດ. ນັບ​ແຕ່​ຕົ້ນ​ປີ​ມາ​ນີ້, ແຂວງ​ຢຸນ​ນານ​ໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ​ທັງ​ໝົດ 4.815.000 ກິ​ໂລ​ວັດ, ຍອດ​ຈຳ​ນວນ​ຕິດ​ຕັ້ງ​ອຸ​ປະ​ກອນ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ​ຂອງ​ທົ່ວ​ແຂວງ​ໄດ້​ບັນ​ລຸ​ເຖິງ 10.065.000 ກິ​ໂລວັດ ແລະ ໄດ້​ລື່ນ​ກາຍ 10 ລ້ານ​ກິ​ໂລ​ວັດ​ເປັນ​ຄັ້ງ​ທຳ​ອິດ.

ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ບົນ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ ແລະ ທ່າ​ແຮງ​ດ້ານ​ຊັບ​ພະ​ຍາ​ກອນ, ແຂວງ​ຢຸນ​ນານ​ໄດ້​ສຸມ​ໃສ່​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ ໂດຍ​ຖື​ເອົາ​ນະ​ຄອນ​ຊີຈິ້ນ (Qujing)ເປັນ​ເຂດ​ໃຈ​ກາງ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ເຂດ​ພັດ​ທະ​ນາ​ຈຸດ​ໜັກ 4 ແຫ່ງ ຄື: ນະ​ຄອນ​ປາວ​ຊານ, ນະ​ຄອນ​ຊູຊົງ, ນະ​ຄອນ​ລີ້​ຈ່ຽງ ແລະ ນະ​ຄອນ​ຈາວທົງ ຊຶ່ງ​ໄດ້​ກໍ່​ຕົວ​ຂຶ້ນ​ເປັນ​ສະ​ພາບ​ການ​ພັດທະ​ນາ​ທົ່ວ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ. ປີ 2022, ມູນ​ຄ່າ​ອຸດ​ສາ​ຫະ​ກຳ​ໃນ​ຕ່ອ​ງ​ໂສ້​ອຸດ​ສາ​ຫະ​ກຳຜະ​ລິດ​ໄຟ​ຟ້າ​ດ້ວຍແສງ​ຕາ​ເວັນ​ຂອງ​ແຂວງ​ຢຸນນານ​ໄດ້​ບັນ​ລຸ​ເຖິງ 107,3 ຕື້ຢວນ,ໄດ້​ກາຍ​ເປັນ​ອຸດ​ສາ​ຫະ​ກຳ​ທີ່​ມີ​ມູນ​ຄ່າ​ລະດັບ 100 ຕື້ຢວນ.

ເດືອນ​ກັນ​ຍາ​ປີ 2017, ບໍ​ລິ​ສັດ​ພະ​ລັງ​ງານ​ແສງ​ຕາ​ເວັນ​ຈິນ​ໂຈ່ວ​ຈຳ​ກັດ ທີ່​ເປັນ​ບໍ​ລິ​ສັດ​ຫົວ​ຈັກຫຼັກ​ແຫຼ່ງ​ໃນ​ຂະ​ແໜງ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ​ໄດ້​ເຊັນ​ສັນ​ຍາ​ກັບ​ນະ​ຄອນ​ຊີຈິ້ນ ໂດຍ​ໄດ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ພະ​ລັງ​ງານ​ໃໝ່​ແສງ​ຕາ​ເວັນ​ຊີຈິ້ນຈຳ​ກັດ, ລົງ​ທຶນ​ສ້າງ​​ໂຄງ​ການ​ທ່ອນ​ຊີ​ລີ​ໂຄນ 1 GW ແລະ ໂຄ​ງ​ການ​ແຜ່ນ​ຊີ​ລີ​ໂຄນ 1 GW ທີ່​ຕ້ອ​ງ​ການ​ໃນ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ. ທ່ານ​ Huo Xuewei ຫົວ​ໜ້າ​ຝ່າຍ​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ​ພະ​ລັງ​ງານ​ໃໝ່​ແສງ​ຕ​າ​ເວັນ​ຊີຈິ້ນ ​ເວົ້າ​ວ່າ: “ພວກ​ເຮົາ​ເລືອກ​ມາ​ລົງ​ທຶນ​ຢູ່​ແຂວງ​ຢຸນ​ນານ, ສາເຫດ​ຕົ້ນ​ຕໍ​ແມ່ນ​ຍ້ອນ​ວ່າ, ແຂວງ​ຢຸນ​ນານ​ມີ​ຊັບ​ພະ​ຍາ​ກອນ​ໄຟ​ຟ້ານ້ຳ​ຕົກ​ທີ່​ອຸ​ດົມ​ສົມ​ບູນ. ໃນຂະ​ນະ​ດຽວ​ກັນ, ແຂວງ​ຢຸນນານກໍ​ໄດ້​ປັບ​ປຸງ​ຕ່ອງ​ໂສ້​ອຸດ​ສາ​ຫະກຳ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຫຼາຍວິ​ສາ​ຫະ​ກິດ​ຍ່ານເໜືອ​ຕັ້ງຫຼັກປັກຖານ​ຢູ່​ນະ​ຄອນ​ຊີຈິ້ນ ຊຶ່ງ​ໄດ້​ປະ​ຢັດ​ຕົ້ນ​ທຶນ​ໃຫ້​ແກ່​ພວກ​ເຮົາຫຼາຍສົມ​ຄວນ.”

ໃນ​ຂະ​ນະ​ດຽວ​ກັນ, ແຂວງ​ຢຸນ​ນານ​ກໍ​ໄດ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ອຸດ​ສາ​ຫະ​ກຳການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ​ຢ່າງ​ບໍ່​ຢຸດ​ຢັ້ງ. ເດື​ອນ​ມີ​ນາ​ປີ​ນີ້, ບໍ​ລິ​ສັດ​ພະ​ລັງ​ງານ​ໃໝ່​ຕ້ຽນ​ໂຖ​ຈົ່ງ​ເໜິງ (ປັກ​ກິ່ງ) ຈຳ​ກັດກ່າວ​ວ່າ, ຈະ​ຮ່ວມ​ກັບ​ອົງ​ການຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ ເພື່ອ​ຮ່ວມກັນ​ສ້າງ​ໂຄງ​ການ​ຮ່ວມ​ມື​ອຸດ​ສາ​ຫະ​ກຳ “ເມືອງ​ວິ​ທະ​ຍາ​ສາດ​ຢຸນ​ນານ” ແລະ “ເຂດສວນ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ​ໃໝ່​ຂອງ​ລາວ” ເພື່ອ​ສ້າງ​ລະ​ບົບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ທີ່​ມີ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: “​ເມືອງວິ​ທະ​ຍາ​ສາດ​ຢຸນ​ນານ” ຕັ້ງ​ຢູ່​ນະ​ຄອນ​ຄຸນ​ໝິງ​, ຈະ​ອີງ​ໃສ່​ທ່າ​ແຮງ​ນຳ​ໜ້າ​ໃນຫຼາຍ​ອຸດ​ສາ​ຫະ​ກຳ ເພື່ອ​ຮ່ວມ​ກັນ​ສ້າງ “ເຂດ​ສວນ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ​ໃໝ່​ຂອງ​ລາວ” ໂດຍ​ເນັ້ນ​ໃສ່​ການ​ລົງ​ທຶນ​ເຂົ້າ​ໃນ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງຕາ​ເວັນ ແລະ ​ອຸດ​ສາ​ຫະ​ກຳແບດ​ເຕີ​ຣີ​ ແລະ​ ເຄື່ອງ​ຈັກ​ໄຟ​ຟ້າ, ຕາມ​ແຜນ​ການ, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ມີ​ເຖິງ 40 ຕື້
ຢວນໂດຍ​ແບ່ງ​ເປັນ 3 ໄລຍະ.
ນັກຂ່າວ: ຫວາງຕານ

ອຸດສາຫະກໍາຜະລິດໄຟຟ້າດ້ວຍແສງຕາເວັນແຂວງຢຸນນານ ມີມູນຄ່າເຖິງ 100 ຕື້ຢວນ