ນະຄອນຫຼວງຮ່າໂນ້ຍປະເທດຫວຽດນານ ມີສູນສໍາຜັດກັບ "ຜະລິດຕະພັນຢຸນນານ" ແຫ່ງໜຶ່ງ
ດອກເຜິ້ງທີ່ມີຫຼາກຫຼາຍສີສັນ, ຂະໜົມດອກໄມ້ສົດທີ່ແຊບນົວ, ຍັງມີຢາຖູແຂ້ວຢຸນນານປາຍຢ້າວ ແລະ ຂະໜົມໝາກຂາມມາວໂດລີ ເຫຼົ່ານີ້ເປັນຕົ້ນ. ຫວ່າງມໍ່ໆມານີ້, ຄະນະນັກຂ່າວ “ຢ້ຽມຢາມຊ່ອງທາງໃໝ່” ຂອງສູນການສື່ສານສາກົນພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານໄດ້ເດີນທາງໄປເຖິງສູນວາງສະແດງ ແລະ ສຳຜັດກັບຜະລິດຕະພັນທີ່ມີເອກະລັກພິເສດຂອງແຂວງຢຸນນານ, ຜະລິດຕະພັນແຂວງຢຸນນານປະເພດຕ່າງໆໄດ້ເຮັດໃຫ້ນັກຂ່າວທັງຫຼາຍຮູ້ສຶກເປັນກັນເອງທີ່ສຸດ.
ທ້າຍປີນີ້, ສູນວາງສະແດງ ແລະ ສຳຜັດກັບຜະລິດຕະພັນທີ່ມີເອກະລັກພິເສດຂອງຢຸນນານ ທີ່ຕັ້ງຢູ່ໃຈກາງນະຄອນຫຼວງຮ່າໂນ້ຍປະເທດຫວຽດນາມໄດ້ເລີ່ມລົງມືກໍ່ສ້າງ ພາຍໃຕ້ການສະໜັບສະໜູນຂອງພະແນກການຄ້າແຂວງຢຸນນານ ໂດຍແມ່ນສຳນັກງານຜູ້ຕາງໜ້າທຸລະກິດແຂວງຢຸນນານປະຈຳຫວຽດນາມ (ຮ່າໂນ້ຍ) ເປັນຝ່າຍຮັບກໍ່ສ້າງ ແລະ ດຳເນິນທຸລະກິດ. ຊັ້ນໜຶ່ງຂອງສູນດັ່ງກ່າວແມ່ນສູນວາງສະແດງໂດຍເນັ້ນໃສ່ວາງສະແດງດອກໄມ້ຢຸນນານ ແລະ ອາຫານການກິນທີ່ມີເອກະລັກຂອງແຂວງຢຸນນານ. ຊັ້ນສອງຈັດໃຫ້ມີຫ້ອງໄລຟສົດ. ປັດຈຸບັນສູນດັ່ງກ່າວໄດ້ດຳເນີນການໄລຟສົດຢູ່ໃນ TikTok ແລະ Shopee, ແລະ ຍັງໄດ້ສ້າງຖານຝຶກງານກັບສະຖາບັນການສຶກສາຊັ້ນສູງຂອງຫວຽດນາມ ເພື່ອຊ່ວຍນັກສຶກສາຫວຽດນາມຍົກຄວາມສາມາດດ້ານການໄລຟສົດເພື່ອໂຄສະນາຂາຍສິນຄ້າໃຫ້ສູງຂຶ້ນ.
ນັບແຕ່ເປີດບໍລິການໃນເດືອນພຶດສະພາປີນີ້ເປັນຕົ້ນມາ, ສູນວາງສະແດງ ແລະ ສຳຜັດກັບຜະລິດຕະພັນທີ່ມີເອກະລັກພິເສດຂອງແຂວງຢຸນນານກໍໄດ້ຮັບຄວາມສົນໃຈຈາກພາຍນອກນັບມື້ນັບຫຼາຍຂຶ້ນ ຊຶ່ງມີບົດບາດນັບມື້ນັບພົ້ນເດັ່ນໃນຖານະເປັນປ່ອງຢ້ຽມວາງສະແດງຜະລິດຕະພັນຢຸນນານ ແລະ ຂົວແຫ່ງການຮ່ວມມືດ້ານອຸດສາຫະກຳລະຫວ່າງແຂວງຢຸນນານກັບຫວຽດນາມ. ເຈົ້າໜ້າທີ່ຮັບຜິດຊອບຂອງສູນດັ່ງກ່າວກ່າວວ່າ, ຫວັງວ່າໃນອະນາຄົດ, ຈະສາມາດສ້າງລະບົບບໍລິການຕ່ອງໂສ້ການສະໜອງຂ້າມຊາດທີ່ສົມບູນ. ໃນຂະນະດຽວກັນ, ຈະສ້າງເປັນເວທີໂຮມສູນການບໍລິການທີ່ມີເອກະລັກພິເສດ ເພື່ອໃຫ້ການບໍລິການແບບປະຕູດຽວແກ່ລູກຄ້າຫວຽດນາມທີ່ຢາກຮັບຮູ້ຢຸນນານ, ຈັດຊື້ຜະລິດຕະພັນຢຸນນານ, ໄປທ່ຽວຢຸນນານ ແລະ ໄປລົງທຶນຢູ່ຢຸນນານ.
ນັກຂ່າວ: ເສີນເສີນ, ຫຼຽວຈືຢູ, ຫວາງຮວນ, ຫຼີເຫວີນຈູນ