ເພີ່ມພະລັງໃຫ້ແກ່ການຮ່ວມມື ລາວ-ຈີນ

2023-09-08 18:32:42
ມາຈາກ:

ເດືອນ​ພຶດ​ສະ​ພາ​ປີ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ຢຸນ​ນານ​ໄດ້​ເວົ້າ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ດີ​ໃຈ​ວ່າ: “ຫ້ອງ​ທົດ​ລອງ​ປະ​ສົມ​ໃນ​ການ​ພັດ​ທະ​ນາ​ ແລະ​ ນຳ​ໃຊ້​ພະ​ລັງ​ງານ​ໝູນ​ວຽນ​ ລາວ-​ຈີນ ຂອງ​ພວກ​ເຮົາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ອີກ​ແລ້ວ!”

ກ່ອນ​ໜ້າ​ນີ້, ໂຄງ​ການ​ຕົວ​ແບບງວດ​ໜຶ່ງໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງຫ້ອງ​ທົດ​ລອງ​ປະ​ສົມ​ໃນ​ການ​ພັດ​ທະ​ນາ ແລະ​ນຳ​ໃຊ້​ພະ​ລັງ​ງານ​ໝູນ​ວຽນລາວ-​ຈີນ​ (ຕໍ່​ໄປ​ເອີ້ນ​ຫຍໍ້​ວ່າຫ້ອງທົດ​ລອງ​ປະ​ສົມ),ແລະ ສະ​ຖາ​ບັນ​ຄົ້ນ​ຄວ້າ​ພະ​ລັງ​ງານ ​ແລະ​ ຂະ​ແໜງ​ການ​ບໍ່​ແຮ່​ລາວ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ ໄດ້​ຜ່ານ​ການກວດຮັບຜ່ານທາງວິ​ດີ​ໂອ​ຢ່າງ​ສຳ​ເລັດ​ຜົນ.

ໂຄງ​ການ​ທີ່​ໄດ້​ຜ່ານ​ການກວດ​ຮັບ​ງວດ​ນີ້​ລວມ​ມີ: ໂຄງ​ການ​ຕົວ​ແບບ​ລະ​ບົບ​ເຕັກ​ນິກ​ອາຍ​ເມ​ຕານ 1 ແຫ່ງ, ໂຄງ​ການ​ຕົວ​ແບບ​ລະ​ບົບ​ໂຮງຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ 1 ແຫ່ງ, ໂຄງ​ການ​ຕົວ​ແບບ​ລະບົບ​ນ້ຳ​ຮ້ອນ​ແສງ​ຕາ​ເວັນ 2 ແຫ່ງ, ໂຄງ​ການ​ຕົວ​ແບບ​ລະ​ບົບ​ອົບ​ແຫ້ງ​ດ້ວຍ​ພະ​ລັງ​ງານ​ແສງ​ຕາ​ເວັນ 1 ແຫ່ງ, ໂຄງ​ການ​ຕົວ​ແບບ​ລະ​ບົບ​ສ້າງ​ຄວາມ​ເຢັນ​ດ້ວຍ​ພະ​ລັງ​ງານ​ແສງ​ຕາ​ເວັນ 1 ແຫ່ງ ແລະ ອື່ນໆ.

ພາຍຫຼັງ​ສ້າງ​ໂຄງ​ການ​ເຫຼົ່າ​ນີ້​ແລ້ວ, ໄດ້​ຍົກ​ສູງ​ຄຸນ​ນະ​ພາບ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່ ແລະ ປັບ​ປຸງ​ເງື່ອນ​ໄຂ​ສິ່ງ​ແວດ​ລ້ອມ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ໃຫ້​ດີ​ຂຶ້ນ, ກໍ​ໄດ້​ຊ່ວຍ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ຍົກ​ທັດ​ສະ​ນະ ແລະ ສະ​ຕິ​ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ​ໝູນ​ວຽນ​ໃຫ້​ສູງ​ຂຶ້ນ.

ວັນ​ທີ 3 ກັນ​ຍາ​ປີ 2013, ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ ແລະ ລາວ, ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ຢຸນ​ນານ​ໄດ້​ເຊັນ​ສັນ​ຍາ​ກັບ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ພະ​ລັງ​ງານ​ໝູນ​ວຽນ ແລະ ວັດ​ຖຸ​ໃໝ່​ຂອງ​ລາວ, ຮ່ວມ​ກັນ​ສ້າງຫ້ອງ​ທົດ​ລອງ​ປະ​ສົມ​ໃນ​ການ​ພັດ​ທະ​ນາ ​ແລະ​ ນຳ​ໃຊ້​ພະ​ລັງ​ງານ​ໝູນ​ວຽນ​ ລາວ-​ຈີນ. ເດືອນ​ມັງ​ກອນ​ປີ 2018, ຫ້ອງ​ທົດ​ລອງ​ປະ​ສົມ​ໄດ້​ສ້າງ​ສຳ​ເລັດ​ແລະ​ ເປີດ​ນຳ​ໃຊ້​ຢູ່​ນະ​ຄອນຫຼວງວຽງ​ຈັນ.

10 ປີ​ຜ່ານ​ມາ, ນອກ​ຈາກ​ສ້າງ​ໂຄງ​ການ ແລະ ສ້າງ​ກິດ​ຈະ​ກຳ​ແລ້ວ, ຫ້ອງ​ທົດ​ລອງ​ປະ​ສົມ​ຍັງ​ໄດ້​ອົບ​ຮົມ​ບົ່ມ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ງວດ​ໜຶ່ງ​ໃຫ້​ແກ່​ປະ​ເທດ​ລາວ. ປັດ​ຈຸ​ບັນ​ນີ້, ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ຢຸນ​ນານ​ໄດ້​ອົບ​ຮົມ​ນັກ​ສຶກ​ສາ​ປະ​ລິນ​ຍາ​ເອກ ແລະ ປະ​ລິນ​ຍາ​ໂທ​ໃນ​ຂົງ​ເຂດ​ພັດ​ທະ​ນາ​ ແລະ ​ນຳ​ໃຊ້​ພະ​ລັງ​ງານ​ໝູນ​ວຽນຂອງ​ລາວ 23 ທ່ານ. ປັດ​ຈຸ​ບັນມີ 13 ທ່ານ​ໄດ້​ຮຽນ​ຈົບແລ້ວ​ກັບ​ຄືນ​ປະ​ເທດ​ລາວ ແລະ ໄດ້​ກາຍ​ເປັນ​ພະ​ນັກ​ງານຫຼັກ​ແຫຼ່ງໃນ​ຫ້ອງ​ທົດ​ລອງ​ປະ​ສົມ​ດັ່ງ​ກ່າວ.

ແຫຼ່ງຂ່າວ: ເວັບໄຊຢຸນນານ, ພັນທະມິດພະລັງງານແສງຕາເວັນ
 

ເພີ່ມພະລັງໃຫ້ແກ່ການຮ່ວມມື ລາວ-ຈີນ