ງານວາງສະແດງສິນຄ້າຈີນ-ອາຊຽນຊຸກຍູ້ໃຫ້ເສດຖະກິດໃນພາກພື້ນເຊື່ອມໂຍງເຂົ້າກັນຢ່າງແທດເຖິງຕົວຈິງ

2023-09-11 18:05:53
ມາຈາກ:CRI

ວັນທີ 11 ກັນຍານີ້, ກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນແຈ້ງໃຫ້ຮູ້ວ່າ, ນັບແຕ່ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທຳອິດໄດ້ຈັດຂຶ້ນເມື່ອປີ 2004 ເປັນຕົ້ນມາ, ງານວາງສະແດງສິນຄ້ານີ້ໄດ້ກາຍເປັນເວທີສຳຄັນ

ສຳລັບຈີນ ກັບ ບັນດາປະເທດສະມາຊິກອາຊຽນຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການເມືອງ, ການຄ້າ, ການລົງທຶນ ແລະ ວັດທະນະທຳເປັນຕົ້ນ ພ້ອມທັງແມ່ນເຄື່ອງມືອັນສຳຄັນໃນການຊຸກຍູ້ເສດຖະກິດໂລກາພິວັດ ແລະ ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ.

ປັດຈຸບັນ, ຈີນ ກັບ ອາຊຽນກຳລັງຕັ້ງໜ້າຊຸກຍູ້ການເຈລະຈາເຂດການຄ້າເສລີສະບັບ 3.0 ແລະ ຍົກສູງລະດັບການເປີດປະຕູດ້ານລະບຽບການຂອງເສດຖະກິດການຄ້າລະຫວ່າງຈີນ ກັບ ອາຊຽນຢ່າງຮອບດ້ານ. ສັນຍາການຄ້າເສລີຈີນ-ກຳປູເຈຍມີຜົນບັງຄັບໃຊ້ ແລະ ໄດ້ຮັບການຈັດຕັ້ງປະຕິບັດ, ການເຈລະຈາພາຍຫຼັງຍົກສູງລະດັບສັນຍາການຄ້າເສລີຈີນ-ສິງກະໂປໄດ້ສຳເລັດຜົນໃນຕົວຈິງ, ການຮ່ວມມືອະນຸພາກພື້ນຕ່າງໆ ເຊັ່ນ: ເຂດເຕີບໂຕດ້ານເສດຖະກິດຈີນ-ພາກຕາເວັນອອກອາຊຽນ ແລະ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນຕົ້ນໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ ເຊິ່ງໄດ້ເພີ່ມແຮງຂັບເຄື່ອນອັນເຂັ້ມແຂງໃຫ້ແກ່ການຮ່ວມມືໃນພາກພື້ນ.

ມາຮອດເດືອນກໍລະກົດປີນີ້, ຍອດມູນຄ່າການລົງທຶນລະຫວ່າງຈີນ ກັບ ບັນດາປະເທດສະມາຊິກອາຊຽນ ນັບລວມແລ້ວແມ່ນມີຫຼາຍກວ່າ 380 ຕື້ໂດລາ,ສ່ວນວິສາຫະກິດຂອງຈີນທີ່ໄປລົງທຶນໂດຍກົງຢູ່ອາຊຽນບັນລຸເຖິງ 6.500 ກວ່າແຫ່ງ.

ງານວາງສະແດງສິນຄ້າຈີນ-ອາຊຽນຊຸກຍູ້ໃຫ້ເສດຖະກິດໃນພາກພື້ນເຊື່ອມໂຍງເຂົ້າກັນຢ່າງແທດເຖິງຕົວຈິງ