ກອງປະຊຸມຊັບພະຍາກອນນໍ້າໂລກຈັດຂຶ້ນຢູ່ຈີນເປັນເທື່ອທໍາອິດ

2023-09-13 21:19:33
ມາຈາກ:CRI

ກອງປະຊຸມຊັບພະຍາກອນນໍ້າໂລກຄັ້ງທີ 18 ທີ່ກະຊວງຊົນລະປະທານຈີນ ແລະ ສະມາຄົມຊັບພະຍາກອນນໍ້າສາກົນຮ່ວມກັນເປັນເຈົ້າພາບ ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 11 ກັນຍານີ້. ມີຜູ້ຕາງໜ້າສາກົນເກືອບ 600 ຄົນທີ່ມາຈາກອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງກັບນໍ້າ 130 ກວ່າອົງການຈາກ 60 ກວ່າປະເທດ ແລະ ເຂດແຄວ້ນພ້ອມດ້ວຍຜູ້ເຮັດວຽກໃນຂົງເຂດຊັບພະຍາກອນນໍ້າພາຍໃນປະເທດເກືອບ 700 ຄົນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້. ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ນໍ້າກັບສັບພະສິ່ງ: ມະນຸດກັບທໍາມະຊາດຢູ່ຮ່ວມກັນຢ່າງກົມກຽວ” ເຊິ່ງເປັນເທື່ອທໍາອິດທີ່ກອງປະຊຸມຊັບພະຍາກອນນໍ້າໂລກຈັດຂຶ້ນຢູ່ຈີນ.

ກອງປະຊຸມໃນຄັ້ງນີ້, ນອກຈາກຈັດກອງປະຊຸມແລກປ່ຽນດ້ານວິຊາການຫຼາຍຄັ້ງແລ້ວ, ຍັງໄດ້ຈັດການວາງສະແດງກ່ຽວກັບຫຼາຍຂົງເຂດ ເຊັ່ນ: ວິທະຍາສາດເຕັກໂນໂລຊີນໍ້າໂລກ, ການຄຸ້ມຄອງການກໍ່ສ້າງພື້ນຖານໂຄງລ່າງດ້ານຊັບພະຍາກອນນໍ້າ, ອຸປະກອນເຕັກໂນໂລຊີ ເປັນຕົ້ນ. ໃນໂອກາດນີ້, ຈີນໄດ້ນໍາສະເໜີຜົນສໍາເລັດ ແລະ ບົດຮຽນໃນການຄຸ້ມຄອງນໍ້າໃຫ້ກັບໂລກ ເຊັ່ນ: ການປ້ອງກັນໄພນໍ້າຖ້ວມ, ການສະໜອງນໍ້າ, ຊົນລະປະທານ, ການຄຸ້ມຄອງຊັບພະຍາກອນນໍ້າ, ການອະນຸລັກ ແລະ ຟື້ນຟູລະບົບນິເວດນໍ້າ, ຄວາມກ້າວໜ້າຂອງວິທະຍາສາດເຕັກໂນໂລຊີນໍ້າ ແລະ ການຮ່ວມຮ່ວມມືດ້ານຊັບພະຍາກອນນໍ້າສາກົນ ເປັນຕົ້ນ.

ກອງປະຊຸມຊັບພະຍາກອນນໍ້າໂລກຈັດຂຶ້ນຢູ່ຈີນເປັນເທື່ອທໍາອິດ