ນັບແຕ່ເດືອນສິງຫາປີນີ້ເປັນຕົ້ນມາ, ມີຜູ້ຕ້ອງຫາສໍ້ໂກງຊັບທາງລະບົບໂທລະຄົມຂ້າມຊາດເກືອບ 1.700 ຄົນຖືກຈັບກຸມ

2023-09-13 21:20:30
ມາຈາກ:CRI

ເລີ່ມແຕ່ຕົ້ນປີນີ້ມາ, ກະຊວງປ້ອງກັນຄວາມສະຫງົບຈີນໄດ້ເພີ່ມທະວີການປາບປາມອາດຊະຍາກໍາສໍ້ໂກງຊັບທາງລະບົບໂທລະຄົມຂ້າມຊາດຢ່າງຕໍ່ເນື່ອງ, ໂດຍໄດ້ສົ່ງໜ່ວຍງານໄປໄທ, ຟິລິບປິນ, ກໍາປູເຈຍ, ລາວ, ຫວຽດນາມ, ອິນໂດເນເຊຍ, ມຽນມາ, ປະເທດ ແລະ ເຂດແຄ້ວນອື່ນໆ ເພື່ອດໍາເນີນການຮ່ວມມືປະຕິບັດກົດໝາຍ, ພ້ອມທັງໄດ້ວາງແຜນໃຫ້ພາກສ່ວນປ້ອງກັນຄວາມສະຫງົບແຂວງຢຸນນານ ແລະ ທ້ອງຖິ່ນຕ່າງໆເພີ່ມທະວີການຮ່ວມມືປະຕິບັດກົດໝາຍຢູ່ຕາມຊາຍແດນ, ເຊິ່ງສາມາດຈັບກຸມຜູ້ຕ້ອງຫາສໍ້ໂກງຊັບທາງລະບົບໂທລະຄົມຂ້າມຊາດໄດ້ຈໍານວນຫຼວງຫຼາຍ. ນັບແຕ່ເດືອນສິງຫາປີນີ້ເປັນຕົ້ນມາ, ມີຜູ້ຕ້ອງຫາສໍ້ໂກງຊັບທາງລະບົບໂທລະຄົມຂ້າມຊາດເກືອບ 1.700 ຄົນຖືກຈັບກຸມແລ້ວ.

ນັບແຕ່ເດືອນສິງຫາປີນີ້ເປັນຕົ້ນມາ, ມີຜູ້ຕ້ອງຫາສໍ້ໂກງຊັບທາງລະບົບໂທລະຄົມຂ້າມຊາດເກືອບ 1.700 ຄົນຖືກຈັບກຸມ