ການພັດທະນາຂອງຈີນຈະສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ປະເທດໃກ້ຄຽງຢູ່ອາຊີແລະຢູ່ໃນໂລກ

2023-09-13 21:21:32
ມາຈາກ:CRI

ວັນທີ 12 ກັນຍານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ໃນໂອກາດດັ່ງກ່າວ, ມີນັກຂ່າວຖາມກ່ຽວກັບປະເທດຕາເວັນຕົກຈຳນວນໜຶ່ງທຳລາຍຊື່ສຽງຂອງເສດຖະກິດຈີນ. ທ່ານນາງເໝົາໜິງຢືນຢັນວ່າ: ຄືຊິແມ່ນເມື່ອຜ່ານໄລຍະໃດໜຶ່ງແລ້ວ ກໍຈະປາກົດມີຖ້ອຍຄວາມປະເພດຕ່າງໆທີ່ວ່າຈີນຈະພັງທະລາຍລົງ. ແຕ່ໃນຄວາມເປັນຈິງແລ້ວ ເສດຖະກິດຈີນບໍ່ໄດ້ພັງທະລາຍລົງ, ຖ້ອຍຄວາມເຫຼົ່ານີ້ແມ່ນພັງທະລາຍລົງເທື່ອແລ້ວເທື່ອອີກ.

ນັບແຕ່ປີ 2023 ນີ້ເປັນຕົ້ນມາ, ເສດຖະກິດໂລກຂາດກຳລັງຟື້ນຕົວຄືນໃໝ່, ສະພາບແວດລ້ອມພາຍນອກມີຄວາມຂ້ຽວຂາດແລະສັບສົນ. ແຕ່ເສດຖະກິດຈີນສືບຕໍ່ຟື້ນຟູຄືນໃໝ່, ມີການເຕີບໂຕຂຶ້ນ ແລະ ພັດທະນາໄປໃນແງ່ດີໂດຍລວມ. ໃນ6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນເພີ່ມຂຶ້ນ 5,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ເປັນຈັງຫວະໄວກວ່າລະດັບ 3% ຂອງປີກາຍຢ່າງເດັ່ນຊັດ. ຂະນະທີ່ອົງການກອງທຶນເງິນຕາສາກົນຄາດວ່າ ປີນີ້ເສດຖະກິດຈີນຈະເຕີບໂຕ 5,2%, ອັດຕາການປະກອບສ່ວນຕໍ່ເສດຖະກິດໂລກຈະມີເຖິງ 1 ສ່ວນ 3, ເສດຖະກິດຈີນຍັງຄົງແມ່ນແຮງຂັບເຄື່ອນຕົ້ນຕໍໃນການເຕີບໂຕຂອງເສດຖະກິດໂລກ.

ທ່ານນາງເໝົາໜິງເນັ້ນໜັກຕື່ມວ່າ: ຈີນຈະຍຶດໝັ້ນການເປີດປະຕູສູ່ພາຍນອກໃນລະດັບສູງ, ເພີ່ມທະວີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບປະເທດຕ່າງໆຢູ່ໃນໂລກ ເພື່ອແບ່ງປັນຜົນປະໂຫຍດດ້ານການພັດທະນາ. ການພັດທະນາຂອງຈີນຈະສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ປະເທດໃກ້ຄຽງຢູ່ອາຊີແລະຢູ່ໃນໂລກ.

ການພັດທະນາຂອງຈີນຈະສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ປະເທດໃກ້ຄຽງຢູ່ອາຊີແລະຢູ່ໃນໂລກ