ຫຼາຍທີມງາມຂອງແຂວງຢຸນນານ ເປີດຕົວໃນງານຕະຫຼາດນັດການຄ້າການບໍລິການສາກົນຈີນ ປີ 2023

2023-09-14 08:44:43
ມາຈາກ:

ຫວ່າງມໍ່ໆມານີ້, ງານຕະຫຼາດນັດການຄ້າການບໍລິການສາກົນຈີນ ປະຈໍາປີ 2023 ໄດ້ໄຂຂຶ້ນຂັ້ນທີ່ນະຄອນຫຼວງປັກກິ່ງ.​ ແຂວງຢຸນນານໄດ້ຈັດຕັ້ງ ວິສາຫະກິດ ແລະ ອົງກອນພາກລັດ 30 ກວ່າແຫ່ງເຂົ້າຮ່ວມວາງສະແດງດັ່ງກ່າວ, ເຊັ່ນ: ມະຫາວິທະຍາໄລການແພດຈີນຢຸນນານ, ສະຖາບັນຄົ້ນຄວ້າຊີວະສາດ ແລະ ແພດສາດ ທີ່ຂຶ້ນກັບສະພາບັນດິດຊີວະສາດ ແລະ ແພດສາດຈີນ, ກຸ່ມບໍລິສັດບໍລິການດ້ານເສດຖະກິດອາຊີ-ປາຊີຟິກ ຈໍາກັດ ເປັນຕົ້ນ, ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມເປັນເອກະລັກ ແລະ ຈຸດເດັ່ນຂອງພາກສ່ວນ ແພດສາດຊີວະສາດ, ຢາພື້ນເມືອງຂອງຊົນເຜົ່າ, ການບໍລິການດ້ານວິຊາສະເພາະ, ການບໍລິການດ້ານລິຂະສິດ ແລະອື່ນໆເປັນຕົ້ນ.ງານຕະຫຼາດນັດການຄ້າການບໍລິການສາກົນຈີນແມ່ນເວທີສໍາຄັນໃນ ການເປີດກວ້າງຕໍ່ພາຍນອກ, ການລົງເລິກການຮ່ວມມື ແລະ ການນໍາໜ້າດ້ານນະວັດຕະກໍາໃໝ່.

ງານຕະຫຼາດນັດການຄ້າການບໍລິການສາກົນຈີນຄັ້ງນີ້ ດຳເນີິນໄປພາຍໃຕ້ຫົວຂໍ້ “ເປີດກວ້າງນໍາໜ້າການພັດທະນາ, ຮ່ວມມືກັນຮັບໄຊຊະນະໃນອະນາຄົດ”, ເນື້ອທີ່ຂອງສະຖານທີ່ວາງສະແດງມີເຖິງ 155.000 ຕາແມັດ.

ນັກຂ່າວ: ຫານເສີງຢວນ

ຫຼາຍທີມງາມຂອງແຂວງຢຸນນານ ເປີດຕົວໃນງານຕະຫຼາດນັດການຄ້າການບໍລິການສາກົນຈີນ ປີ 2023