ທາງລົດໄຟ ລາວ-ຈີນ ໄດ້ຂົນສົ່ງໝາກໄມ້ນໍາເຂົ້າ ທັງໝົດ 60.000 ກວ່າໂຕນ

2023-09-14 08:50:13
ມາຈາກ:

ນັບແຕ່ທາງລົດໄຟ ລາວ-ຈີນ ເປີດນໍາໃຊ້ມາຮອດປັດຈຸບັນ, ການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າມີຈໍານວນ ເພີ່ມຂຶ້ນຫຼາຍ ແລະ ດ້ານຄຸນນະພາບກໍມີການຍົກລະດັບຂຶ້ນເຊັ່ນກັນ, ຊຶ່ງໄດ້ເປັນການຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການແລກປ່ຽນວັດທະນະທໍາລະຫວ່າງສອງປະເທດ ລາວ-ຈີນ ແລະ ປະເທດທີ່ຮ່ວມກັນກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ໄດ້ກາຍເປັນຊ່ອງທາງໃຫຍ່ທອງຄໍາທີ່ເຊື່ອມໂຍງເຊື່ອມຈອດທັງພາຍໃນ ແລະ ຕ່າງປະເທດ, ແຜ່ລັດສະໝີໄປສູ່ປະເທດໃກ້ຄຽງ ແລະ ສົ່ງເສີມການພັດທະນາເຊິ່ງກັນແລະກັນ.

ນັບແຕ່ເດືອນເມສາ ໄດ້ມີໝາກໄມ້ເຂດຮ້ອນຈຳນວນຫຼວງຫຼາຍເຂົ້າສູ່ຕະຫຼາດຈີນ ເປັນຕົ້ນມາ, ໝາກໄມ້ນໍາເຂົ້າທີ່ຂົນສົ່ງຜ່ານຂະບວນຂົນສົ່ງໝາກໄມ້ແຊ່ເຢັນຕາມທາງລົດໄຟ ລາວ-ຈີນ ໄດ້ມີຈຳນວນເພີ່ມຂຶ້ນຢ່າງຫຼວງຫຼາຍ, ມາຮອດວັນທີ 31 ສິງຫາຜ່ານມາ, ໄດ້ຂົນສົ່ງໝາກໄມ້ຂ້າມແດນ ຈຳພວກໝາກຖົ່ວລຽນ, ໝາກລໍາໄຍ, ໝາກພ້າວສົດ ແລະອື່ນໆເປັນຕົ້ນ ທັງໝົດ 60.000 ກວ່າໂຕນ.

ມາຮອດວັນທີ 31 ສິງຫາ 2023, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 207,9 ເທື່ອຄົນ, ຂົນສົ່ງສິນຄ້າ ທັງໝົດ 25.220.000 ໂຕນ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຄຸນໝິງ

 

ທາງລົດໄຟ ລາວ-ຈີນ ໄດ້ຂົນສົ່ງໝາກໄມ້ນໍາເຂົ້າ ທັງໝົດ 60.000 ກວ່າໂຕນ