ເປີດປ້າຍສູນແລກປ່ຽນການຮ່ວມມືແບບຫັນເປັນມາດຕະຖານອາຊຽນ ສ້າງຊ່ອງທາງຂໍ້ມູນຂ່າວສານດ້ານການຫັນເປັນແບບມາດຕະຖານຈີນ-ອາຊຽນ

2023-09-18 17:55:08
ມາຈາກ:CRI

ວັນທີ 17 ກັນຍານີ້, ກອງປະຊຸມພາຍໃຕ້ຫົວຂໍ້ “ການເປີດປະຕູສູ່ພາຍນອກດ້ານລະບຽບການ: ສະພາບການໃໝ່ຂອງການພັດທະນາເສດຖະກິດພາກພື້ນ”ທີ່ກະຊວງການຄ້າຈີນ ແລະ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີເປັນເຈົ້າພາບນັ້ນໄດ້ຈັດຂຶ້ນຢູ່ນະຄອນນານໜີງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ມີເຈົ້າໜ້າທີ່ພາກສ່ວນລັດຖະບານທີ່ກ່ຽວຂ້ອງຂອງຈີນ, ປະເທດສະມາຊິກອາຊຽນ, ຕີມໍເລັສເຕ, ສະຖານກົງສຸນຈີນປະຈຳປະເທດສະມາຊິກອາຊຽນ, ທູຕານຸທູດປະເທດສະມາຊິກອາຊຽນປະຈຳຈີນ, ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ພ້ອມດ້ວຍຊ່ຽວຊານ ແລະ ນັກວິຊາການເກືອບ 200 ທ່ານໄດ້ເຂົ້າຮ່ວມກອງປະຊຸມ.

ໃນກອງປະຊຸມດັ່ງກ່າວ, ໄດ້ຈັດພິທີເປີດປ້າຍ “ສູນແລກປ່ຽນການຮ່ວມມືແບບຫັນເປັນມາດຕະຖານອາຊຽນ”, ເຊິ່ງສູນດັ່ງກ່າວຈະສຸມໃສ່ເພີ່ມທະວີການຄົ້ນຄວ້າ ແລະ ການຮ່ວມມືດ້ານການຫັນເປັນແບບມາດຕະຖານລະຫວ່າງຈີນ ແລະ ອາຊຽນ, ສ້າງຊ່ອງທາງແບ່ງປັນຂໍ້ມູນຂ່າວສານດ້ານການຫັນເປັນແບບມາດຕະຖານລະຫວ່າງຈີນ-ອາຊຽນ, ສ້າງກົນໄກທີ່ຮ່ວມກັນອົບຮົມ ແລະ ແລກປ່ຽນຜູ້ມີຄວາມຮູ້ຄວາມສາມາດດ້ານການຫັນເປັນແບບມາດຕະຖານສາກົນ, ຊຸກຍູ້ການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືລະຫວ່າງຈີນ-ອາຊຽນໃນຂອບເຂດທີ່ກວ້າງຂວາງກວ່າເກົ່າ ແລະ ລະດັບເລິກເຊິ່ງກວ່າເກົ່າ.

ເປີດປ້າຍສູນແລກປ່ຽນການຮ່ວມມືແບບຫັນເປັນມາດຕະຖານອາຊຽນ ສ້າງຊ່ອງທາງຂໍ້ມູນຂ່າວສານດ້ານການຫັນເປັນແບບມາດຕະຖານຈີນ-ອາຊຽນ