ດ່ານບໍ່ຫານເຕັມໄປດ້ວຍຄວາມມີຊີວິດຊີວາ
ປ່າດົງທີ່ຕຶບໜາ, ບ້ານຊົນເຜົ່າທີ່ເຕັມໄປດ້ວຍເອກະລັກພິເສດ, ການຄ້າຊາຍແດນທີ່ຈະເລີນຮຸ່ງເຮືອງ, ຜູ້ຄົນເດີນທາງເຂົ້າ-ອອກເມືອງເປັນຈຳນວນຫຼວງຫຼາຍ, ຢູ່ດ່ານບໍ່ຫານຂອງແຂວງຢຸນນານ, ພວກເຮົາສາມາດສຳຜັດກັບຄວາມມີຊີວິດຊີວາທີ່ໄດ້ມາຈາກການພັດທະນາຍ້ອນດ່ານຊາຍແດນ.
ດ່ານບໍ່ຫານແມ່ນຕົວເມືອງຊາຍແດນທີ່ໃກ້ກັບປະເທດລາວທີ່ສຸດ, ແມ່ນດ່ານທາງບົກລະດັບຊາດພຽງໜຶ່ງດຽວຂອງຈີນ ທີ່ເຂົ້າສູ່ປະເທດລາວ, ແມ່ນຈຸດເຊື່ອມຕໍ່ຈີນ-ລາວ ທີ່ສຳຄັນພາຍໃຕ້ຂອບ “ໜຶ່ງແລວ ໜຶ່ງເສັ້ນທາງ”. ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕ່ນ ແມ່ນເຂດຮ່ວມມືເສດຖະກິດຂ້າມຊາຍແດນແຫ່ງທີ 2 ຂອງຈີນ ທີ່ຮ່ວມກັນສ້າງກັບປະເທດໃກ້ຄຽງ, ມີທີ່ຕັ້ງພູມສາດທີ່ສຳຄັນ.
“ນັບແຕ່ຕົ້ນປີມານີ້, ລົດເຂົ້າ-ອອກເມືອງຕາມດ່ານບໍ່ຫານຈາກ 400 ຄັນຕໍ່ມື້ເພີ່ມຂຶ້ນເປັນ 800 ຄັນຕໍ່ມື້, ເວລາສະເລ່ຍໃນການຜ່ານດ່ານຂອງຜູ້ເດີນທາງຢູ່ລະຫວ່າງ 5 ຫາ 15 ນາທີ, ປະສິດທິພາບດ້ານການຜ່ານດ່ານໄດ້ເພີ່ມຂຶ້ນຢ່າງຈະແຈ້ງ.” ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງຄະນະກຳມະການຄຸ້ມຄອງເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕ່ນໄດ້ກ່າວສະແດງຕົວເລກຂໍ້ມູນຕໍ່ນັກຂ່າວວ່າ: ຫົກເດືອນຕົ້ນປີ 2023, ຍອດປະລິມານການຄ້າຂາເຂົ້າ-ຂາອອກຂອງດ່ານບໍ່ຫານບັນລຸເຖິງ 4.233.200 ໂຕນ, ເພີ່ມຂຶ້ນ 57,52%; ນັບມາຮອດທ້າຍເດືອນພຶດສະພາປີ 2023, ການນຳໃຊ້ທຶນຕ່າງປະເທດໃນຕົວຈິງຂອງເຂດຮ່ວມມືດັ່ງກ່າວໄດ້ບັນລຸເຖິງ 20 ລ້ານໂດລາ.
ປັດຈຸບັນນີ້, ນະໂຍບາຍທີ່ດີຫຼາຍຢ່າງຂອງເຂດຮ່ວມມືຈະບັງເກີດຜົນຕາມໆກັນ, ບົດບາດຂອງດ່ານຊາຍແດນກໍຈະໄດ້ຮັບການເສີມຂະຫຍາຍໄດ້ດີກວ່າເກົ່າ. ເຈົ້າໜ້າທີ່ຄົນໜຶ່ງເວົ້າດ້ວຍຄວາມໝັ້ນໃຈວ່າ: “ພວກເຮົາຈະດຶງດູດການລົງທຶນຢ່າງເປັນເຈົ້າການເປັນປະຈຳ, ໄດ້ຮັກສາການແລກປ່ຽນກັບວິສາຫະກິດຄຸນນະພາບດີຫຼາຍແຫ່ງ,ລໍຖ້າວິສາຫະກິດຕັ້ງໜ້າມາດຳເນີນທຸລະກິດຢູ່ທີ່ນີ້. ການສ້າງສາຕົວເມືອງດ່ານຊາຍແດນສາກົນມີໜ້າທີ່ໜັກໜາ, ຕ້ອງເດີນຜ່ານໄລຍະທາງຍາວໄກ ແລະ ເຮັດໄດ້ຫຼາຍຢ່າງ.”
ຕາມຂ່າວແຈ້ງໃຫ້ຮູ້ວ່າ: ນັບແຕ່ປີ 2023 ຫາປີ 2025, ທຸກປີ, ແຂວງຢຸນນານຈະຈັດວາງງົບປະມານ 1,8 ຕື້ຢວນ ເພື່ອສະໜັບສະໜູນການພັດທະນາດ່ານສາກົນບໍ່ຫານ, ປັດຈຸບັນ, ພວມຊຸກຍູ້ການຈັດຕັ້ງປະຕິບັດ 119 ໂຄງການເປັນຈຸດໜັກ. ຍ້ອນມີທ່າແຮງດ້ານທີ່ຕັ້ງພູມສາດ ແລະ ມີນະໂຍບາຍທີ່ດີຫຼາຍຢ່າງ, ດ່ານບໍ່ຫານທີ່ເປັນຕົວເມືອງນ້ອຍຢູ່ຕາມຊາຍແດນຈີນ ແລະ ລາວ ຈະມີໂອກາດພັດທະນາອັນໃຫຍ່ຫຼວງໃນອະນາຄົດ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ, ເວັບໄຊປະຊາຊົນຂອງຈີນ