ວິສາຫະກິດ 2.000 ກວ່າແຫ່ງໄດ້ມາຄົ້ນຫາໂອກາດ ທຸລະກິດຢູ່ແຂວງຢຸນນານ

2023-09-18 18:01:27
ມາຈາກ:

ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຢູ່​ແຂວງ​ຢຸນ​ນານ​ມີ​ທ່າ​ແຮງ​ດ້ານ​ຊັບ​ພະ​ຍາ​ກອນ​ແນວ​ໃດ? ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນແລະ ການດຳ​ເນີນ​ທຸ​ລະ​ກິດ​ເປັນ​ຄື​ແນວ​ໃດ? ການ​ເປີດ​ປະຕູ​ສູ່​ອາ​ຊີ​ໃຕ້ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ມີ​ໂອ​ກາດ​ຫຍັງ​ແດ່? ຫວ່າງ​ມໍ່ໆ​ມາ​ນີ້, ມີ​ວິ​ສາ​ຫະ​ກິດ 2.066 ແຫ່ງ​ໄດ້​ເຕົ້າໂຮມ​ກັນ​ຢູ່​ແຂວງ​ຢຸນ​ນານ ເພື່ອ​ດຳ​ເນີນ​ການ​ເຊື່ອມ​ຕໍ່​ດ້ານ​ອຸດ​ສາ​ຫະ​ກຳ ແລະ ຮ່ວມ​ມື​ກັນ. ໃນ​ນັ້ນ, ມີ​​ວິ​ສາ​ຫະ​ກິດ​ໃນ​ບັນ​ຊີ​ລາຍ​ຊື່ວິ​ສາ​ຫະ​ກິດ​ທີ່ມີຄວາມເຂັ້ມ​ແຂງ 500 ແຫ່ງ​ລະ​ດັບ​ໂລກ, ວິ​ສາ​ຫະ​ກິດ​ທີ່ມີຄວາມເຂັ້ມ​ແຂງ 500 ແຫ່ງ​ຂອງ​ຈີນ, ວິ​ສາ​ຫະ​ກິດ​ທີ່ມີຄວາມເຂັ້ມ​ແຂງ 500 ແຫ່ງ​ໃນ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ແລະ ວິ​ສາ​ຫະ​ກິດ​​ເອ​ກະ​ຊົນທີ່ມີຄວາມເຂັ້ມ​ແຂງ 500 ແຫ່ງລວມ​ທັງ​ໝົດ 161 ແຫ່ງ​ໄດ້​ມາ​ເຂົ້າ​ຮ່ວມ.

ໃນ​ໄລ​ຍະ​ນີ້, ຜູ້​ແທນ​ວົງ​ການ​ການ​ເມືອງ, ວົງ​ການ​ການຄ້າ ແລະ ວົງ​ການ​ວິ​ຊາ​ການ ໄດ້​ເດີນ​ທາງ​ມາທັດ​ສະ​ນະ​ສຶກ​ສາ​ຢູ່​ກິ່ງ​ແຂວງ ແລະ ນະ​ຄອນ​ຕ່າງໆ​ຂອງ​ແຂວງ​ຢຸນ​ນານ, ຄົ້ນ​ຫາ​ໂອ​ກາ​ດ​ການ​ຄ້າ, ປຶ​ກ​ສາ​ຫາ​ລື​ການ​ຮ່ວມ​ມື​ກັນ ແລະ ສະ​ແຫວງ​ຫາ​ການ​ພັດ​ທະ​ນາ ໂດຍປິ່ນ​ອ້ອມ​ອຸດ​ສາ​ຫະ​ກຳ​ຕ່າງໆ ແລະ ຕ່ອງ​ໂສ້​ດ້ານ​ອຸດ​ສາ​ຫະ​ກຳ​ທີ່​ສຳ​ຄັນ ເຊັ່ນ: ພະ​ລັງ​ງານ​ໃໝ່, ອຸດ​ສາ​ຫະ​ກຳ​ອາ​ລູມີນຽມ ​ແລະ ​ຊີ​ລີ​ຄອນ​ສີ​ຂຽວ, ຜະ​ລິດ​ຕະ​ພັນ​ຊີ​ວະ​ຊາດ, ການ​ຜະ​ລິດ​ອຸ​ປະ​ກອນ​ທັນ​ສະ​ໄໝ ແລະ ອື່ນໆ. ຫຼັງ​ຈາກ​ນັ້ນ, ຝ່າຍ​ຕ່າງໆ​ໄດ້​ເຊັນ​ສັນ​ຍາ​ໃນ 382 ໂຄງ​ການ​ກັບ​ແຂວງ​ຢຸນ​ນານ ແລະ ກຽມ​ຈະ​ລົງ​ທຶນ 396,6 ຕື້ຢວນ.

ແຂວງ​ຢຸນ​ນານ​ໄດ້​ສ້າງ​ກົນ​ໄກການ​ຮ່ວມ​ມືຫຼາຍ​ຝ່າຍ ແລະ ສອງ​ຝ່າຍ 12 ສະ​ບັບ​ກັບ 9 ປະ​ເທດ, ທາງ​ດ່ວນ​ຈີນ-ຫວຽດນາມ, ຈີນ-ລາວ ແລະ ຈີນ-ມຽນ​ມາ ໄດ້​ເດີນ​ຜ່ານ​ທົ່ວ​ແຂວງ​ຢຸ​ນ​ນານ, ທາງ​ລົດ​ໄຟ​ ຈີນ-ລາວ​ ກໍ​ໄດ້​ເປີດ​ການ​ນຳ​ໃຊ້​ຢ່າງ​ຮອບ​ດ້ານ. ທ່າ​ແຮງ​ດ້ານ​ທີ່​ຕັ້ງ​ພູມ​ສາດ ແລະ ການ​ບໍ​ລິ​ການ​ດ້ານ​ນະ​ໂຍ​ບາຍ​ທີ່​ດີ ໄດ້​ກາຍ​ເປັນປັດ​ໄຈ​ສຳ​ຄັນ ທີ່​ວິ​ສາ​ຫະ​ກິດ​ທັງຫຼາຍ​ມາ​ລົງ​ທຶນ​ຢູ່​ແຂວງ​ຢຸນ​ນານ.

ຢູ່​ສະ​ຖາ​ນີ​ໃຈ​ກາງ​ນະ​ຄອນ​ຄຸນ​ໝິງ​ຂອງ​ກຸ່ມ​ບໍ​ລິ​ສັດ​ຕູ້​ຄອນ​ເທນ​ເນີ​ສາ​ກົນ​ທາງ​ລົດ​ໄຟ​ຈີນ​ຈຳ​ກັດ, ນັກ​ທຸ​ລະ​ກິດ​ທັງຫຼາຍ​ໄດ້​ມີ​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່​ການ​ຂົນ​ສົ່ງ​ສິນ​ຄ້າດ້ວຍ​ຕູ້ຄອນ​ເທນ​ເນີ​ຕາມ​ທາງ​ລົດ​ໄຟ​ ລາວ-ຈີນ. ທ່ານ​ Wang Hui ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ລຸ້ຍ​ເສິງ​ຈຳກັດ​ກ່າວ​ວ່າ: “RCEP ໄດ້​ສ້າງ​ໂອ​ກາດ​ຍຸດ​ທະ​ສາດທີ່​ສຳ​ຄັນ, ແຂວງ​ຢຸນ​ນານ​ມີ​ທ່າແຮງ​ທີ່​ຕັ້ງ​ພູມ​ສາດ ທີ່ອ​ວ່າຍໜ້າ​ໄປ​ສູ່​ອາ​ຊີ​ໃຕ້ ແລະ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້. ນະ​ຄອນ​ຄຸນ​ໝິງ​ມີ​ພື້ນ​ຖານ​ໂຄງ​ລ່າງ, ການ​ຮັບ​ປະ​ກັນ​ດ້ານ​ປັດ​ໄຈ​ທີ່​ສຳ​ຄັນ ແລະ ສະ​ພາບ​ແວດ​ລ້ອມການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ຂ້ອນ​ຂ້າງ​ດີ, ພວກ​ເຮົາ​ຈະ​ພິ​ຈາ​ລະ​ນາ​ຍ້າຍ​ອຸດສາ​ຫະ​ກຳ​ມາສູ່​ນະ​ຄອນ​ຄຸນ​ໝິງຢ່າງ​ເປັນ​ລະ​ບຽບ​ເທື່ອ​ລະ​ກ້າວ​ຕາມ​ເວ​ລາ​ອັນ​ເໝາະ​ສົມ ແລະ ​ຈະ​ແນະນຳ​ໃຫ້​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ​ມາ​ພັດ​ທະ​ນາ​ຢູ່​ນະ​ຄອນ​ຄຸນ​ໝິງ.”

ທ່ານ​ Chen Chang ຮອງ​ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ​ການ​ພັດທະ​ນາ​ຄະ​ນະ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ: “ຄຽງ​ຄູ່​ກັບ​ແຂວງ​ຢຸນ​ນານ​ໄດ້​ເລັ່ງ​ການ​ສ້າງ​ສາ​ສູນ​ອ​ວ່າຍ​ໜ້າ​ໄປ​ສູ່​ອາ​ຊີ​ໃຕ້ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ແຂວງ​ຢຸນ​ນານ​ຈະ​ມີ​ກຳ​ລັງ​ແຂ່ງ​ຂັນ​ດ້ານ​ອຸດ​ສາ​ຫະ​ກຳ​ເພີ່ມ​ຂຶ້ນ​ຕື່​ມ​ອີກ.” ປັດ​ຈຸ​ບັນ​ນີ້, ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ ແລະ​ ອາ​ຊຽນໄດ້​ກວມ​ປະ​ມານ 16% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ທົ່ວ​ປະ​ເທດຈີນ, ມູນ​ຄ່າ​ການ​ສົ່ງ​ອອກ​ຕໍ່​ອາ​ຊຽນ​ຂອງ​ແຂວງ​ຢຸນ​ນານ ໄດ້​ກວມປະ​ມານ 50% ຂອງຍອດ​ມູນ​ຄ່າການ​ສົ່ງ​ອອກ​ຂອງ​ທົ່ວ​ແຂວງມູນ​ຄ່າ​ການ​ນຳ​ເຂົ້າ​ກໍ່ຫຼາຍສົມ​ຄວນ, ການ​ນຳ​ພາ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕາມ​ຊາຍ​ແດນແລະ ບົດ​ບາດ​ຂອງ​ແຂວງ​ຢຸນ​ນານ ຈະ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ, ເວັບໄຊຂ່າວສານຈີນ

ວິສາຫະກິດ 2.000 ກວ່າແຫ່ງໄດ້ມາຄົ້ນຫາໂອກາດ ທຸລະກິດຢູ່ແຂວງຢຸນນານ