ທີມແພດກວາງຊີ ນໍາເອົາແສງສະຫວ່າງມາສູ່ ຜູ້ປ່ວຍແກ່ນຕາຂຸ້ນ ຈຳນວນໝື່ນກວ່າຄົນ ຢູ່ ປະເທດກຳປູເຈຍ ແລະ ປະເທດລາວ

2023-09-18 18:17:08
ມາຈາກ:

ຄະນະກຳມະການສາທາລະນະສຸກ ແລະ ສຸຂະພາບ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໄດ້ກ່າວໃນຫວ່າງມໍ່ໆມານີ້ວ່າ: ຫວ່າງມໍ່ໆມານີ້ ທີມແພດກວາງຊີທີ່ເຂົ້າຮ່ວມໂຄງການຊ່ວຍເຫຼືອລ້າປິ່ນປົວພະຍາດແກ່ນຕາຂຸ້ນຢູ່ປະເທດກຳປູເຈຍ ໄດ້ສຳເລັດໜ້າທີ່ໄລຍະໜຶ່ງຂອງໂຄງການແລ້ວ ແລະ ໄດ້ເດີນທາງກັບຄືນປະເທດຢ່າງສະຫວັດດີພາບ. ມາຮອດປັດຈຸບັນ, ທີມແພດວິຊາສະເພາະດ້ານຕາ ຂອງ ກວາງຊີ ຈຳນວນ 19 ຊຸດ 132 ເທື່ອຄົນ ໄດ້ເຂົ້າໄປດຳເນີນວຽກງານດັ່ງກ່າວຢູ່ປະເທດກຳປູເຈຍ ແລະ ປະເທດລາວ, ໂດຍໄດ້ເຮັດຜ່າຕັດສ້າງແສງສະຫວ່າງໃຫ້ຄົນເຈັບພະຍາດແກ່ນຕາຂຸ້ນຂອງທ້ອງຖິ່ນໄດ້ເຖິງ 10059 ກໍລະນີ, ພ້ອມທັງໄດ້ຝຶກອົບຮົມຖ່າຍທອດບົດຮຽນໃຫ້້ແກ່ພະນັກງານແພດ ແລະ ພະຍາບານດ້ານຕາຂອງທ້ອງຖິ່ນ, ທີມງານແພດໄດ້ຮັບການຕ້ອນຮັບ ແລະ ຮັບຄວາມຍ້ອງຍໍຈາກທຸກຂົງເຂດຂອງປະເທດລາວ ແລະ ກຳປູເຈຍ.

ແຫຼ່ງຂ່າວ: ສໍານັກຂ່າວຂ່າວສານຈີນ

ທີມແພດກວາງຊີ ນໍາເອົາແສງສະຫວ່າງມາສູ່ ຜູ້ປ່ວຍແກ່ນຕາຂຸ້ນ ຈຳນວນໝື່ນກວ່າຄົນ ຢູ່ ປະເທດກຳປູເຈຍ ແລະ ປະເທດລາວ